ສະຫຼຸບການເສັງ “ບັນ ດາແບບຢ່າງທີ່ລຽບ ງ່າຍແຕ່ສູງສົ່ງ”
ສະຫຼຸບການເສັງ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”
(vovworld) - ວັນທີ 9/6, ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວນສຳນັກງານປະທານປະເທດ ໄດ້ດຳເນີນ ພິທີສະຫຼຸບ ແລະ ພົບປະແລກປ່ຽນສິລະປະດ້ວຍຫົວຂໍ້ວ່າ: “ບັນດາແບບຢ່າງທີ່ລຽບງ່າຍ ແຕ່ສູງສົ່ງ” ຄັ້ງທີ 3. ພາຍຫຼັງປຸກລະດົມການເສັງມາເປັນເວລາ 1 ປີ, ມີບົດຂຽນນັບຮ້ອຍໆບົດຂອງບັນດານັກປະພັນໃນທົ່ວປະເທດ ໄດ້ເຂົ້າຮ່ວມການເສັງ. ລາງວັນທີ 1 ໄດ້ມອບໃຫ້ບົດຂຽນ “ຕະຫຼອດຊີວິດສຸດຈິດສຸດໃຈ ກັບ ຮ່ວາງຊາ, ເຈື່ອງຊາ” ຂອງ ນັກປະພັນ Thanh Kim Tung ທີ່ຂຽນກ່ຽວກັບ ທ່ານ ດຣ Tran Van Nha ຢູ່ນະຄອນ ໂຮ່ຈີມິນ. ກ່າວຄຳເຫັນນະພິທີ, ທ່ານ Dinh The Huynh, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເນັ້ນໜັກວ່າ:
“ໃນວິວັດການສ່ອງແສງຄວນເອົາໃຈໃສ່ເປັນພິເສດເຖິງວຽກງານປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ຜ່ານບັນດາວຽກງານທີ່ແທດຈິງ, ລະອຽດໃນຊີວິດປະຈຳວັນ, ໃນການພົວພັນກັບປະຊາຊົນ, ສະຫາຍ, ອ້າຍນ້ອງ... ພວກເຮົາພວມສູ້ຊົນເລື່ອງນຳການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ ເປັນວຽກງານປະຈຳຂອງ ອົງການຈັດຕັ້ງພັກ, ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖີ່ນ ແລະ ທຸກຄົນ. ດັ່ງນັ້ນ, ຂ້າພະເຈົ້າສະເໜີໃຫ້ບັນດາອົງການ ສື່ມວນຊົນເວົ້າລວມ, ແລະ ໜັງສືພິມ ກວນໂດ້ຍເຍີນເຢີນ ເວົ້າສະເພາະ ສືບຕໍ່ມີວິທີໃໝ່, ມີຫົວຄິດປະດິດສ້າງຄືການເສັງ ບັນດາແບບຢ່າງທີ່ລຽງງ່າຍແຕ່ສູງສົ່ງ. ຂ້າພະເຈົ້າເຊື່ອໝັ້ນວ່າ: ການເສັງນີ້ ຈະສືບຕໍ່ບັນລຸໝາກຜົນດີຫຼາຍກ່ວາອີກ.”