ພິທີສະຫຼຸບປີຊາວໜຸ່ມ, ຍ້ອງຍໍສັນລະເສີນ “ແບບຢ່າງໄວໜຸ່ມຂອງນະຄອນຫຼວງທີ່ດີເດັ່ນ“ ປີ 2011 ແລະ ລາຍການສະແດງສິລະປະ ສະບາຍດີປີໃໝ່ 2012 ຖືກຈັດຂຶ້ນໃນຕອນຄ່ຳວັນທີ 30/12, ຢູ່ຮ່າໂນ້ຍ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ຢືນຢັນວ່າ: ວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມປີ 2011 ໄດ້ສ້າງບັນດາບາດກ້າວຫັນປ່ຽນຢ່າງຈະແຈ້ງ, ເປັນຂີດໝາຍໃໝ່ ແລະ ຢັ້ງຢືນບົດບາດຂອງໄວໜຸ່ມທີ່ມີຕໍ່ສັງຄົມ, ໃນນັ້ນຕ້ອງເຕື້ອງເຖິງການເຄື່ອນໄຫວຂອງຊາວໜຸ່ມເພື່ອຄົນທຸກຍາກ, ເພື່ອເຂດຊາຍແດນໝູ່ເກາະ, ເພື່ອສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນສະເໜີວ່າ:
“ຄະນະຊາວໜຸ່ມຕ້ອງຍູ້ແຮງວຽກງານສາມັກຄີ, ເຕົ້າໂຮມຊາວໜຸ່ມ, ຍົກສູງຄຸນນະພາບການຈັດຕັ້ງຂອງຄະນະຊາວໜຸ່ມ, ສຸມໃສ່ປຸກລະດົມບັນດາແຫຼ່ງກຳລັງສັງຄົມ, ສົມທົບ ກັບບັນດາອົງການຂອງລັດຢ່າງມີປະສິດທິຜົນ ເພື່ອປະຕິບັດວຽກງານຊາວໜຸ່ມ, ໃນນັ້ນຕ້ອງສຸມໃສ່ພັດທະນາຂະບວນການຢູ່ເຂດຊົນນະບົດ, ເຂດອຸດສາຫະກຳ, ວິສາຫະກິດນອກລັດ...ຕ້ອງເພີ່ມທະວີການສຶກສາແນວຄິດດ້ານການເມືອງ, ມູນເຊື້ອ, ຄວາມຮັກປະເທດຊາດ......ໂຄສະນາເຜິຍແຜ່ຊ່ວຍຊາວໜຸ່ມຮ່ຳຮຽນດ້ວຍຕົນເອງ, ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ, ຈັດບັນດາການກະທຳຢ່າງແທດຈິງຜ່ານບັນດາຂະບວນການເຄື່ອນໄຫວປະຕິວັດທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ມີຄວາມດູດດື່ມໃຫ້ແກ່ຊາວໜຸ່ມ”