ສະຫະປະຊາຊາດ ຕີລາຄາສູງໝົນງານ ພັດທະນາມະນຸດຂອງຫວຽດນາມ

ສະຫະປະຊາຊາດ ຕີລາຄາສູງໝົນງານ ພັດທະນາມະນຸດຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 03/07, ຢູ່​ຮ່າ​ໂນ້ຍ, ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ (UNDP) ຢູ່​ຫວຽດນາມ ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ພັດທະນາ​ມະນຸດ​ປີ 2013. ​ໃນ​ຈຳນວນກວ່າ 40 ປະ​ເທດ​ພວມ​ພັດທະນານັ້ນ, ຫວຽດນາມ ​ໄດ້​ຮັບ​ຕີ​ລາຄາ​ແມ່ນ​ປະ​ເທດ​ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາກວ່າ​ໝູ່​ກ່ຽວ​ກັບ​ການ​ພັດທະນາ​ມະນຸດ​ໃນ​ຊຸມທົດສະ​ວັດ​ມໍ່ໆ​ມາ​ນີ້. ຕາມ​ບົດ​ລາຍ​ງານ​ຂອງ UNDP ​ແລ້ວ, ດັດ​ຊະ​ນີ​ພັດທະນາ​ມະນຸດ​ຂອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ 41% ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ.

        ຜູ້​ປະສານ​ງານ​ປະຈຳ​ສະ​ຫະປະຊາ​ຊາດ, ທ່ານ​ນາງ Pratibha Mehta ​ເນັ້ນ​ໜັກ​ວ່າ ການ​ລົງທຶນ​ເຂົ້າ​ມະນຸດມີ​ຄວາມ​ໝາຍ​ເປັນຕາ​ຍ, ຊ່ວຍ​ໃຫ້​ຫວຽດນາມ ຍົກ​ສູງ​ທ່າ​ແກ່ງ​ແຍ້​ງ ​ແລະ ຈ່ກນັ້ນ​ຈະໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຄົບ​ຖ້ວນ ​ເມື່ອ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ເສດຖະກິດ​ສາກົນ. ​ແຕ່​ວ່າ, ທ່ານ​ນາງ Mehta ກໍ​ເຕື້ອງ​ເຖິງ​ບັນດາ​ຄວາມ​ແຕກ​ຕາງ​ກັນ​ລະຫວ່າງເຂດ​ພາກ ​ແລະ ພູມ​ມີ​ປະ​ເທດ​ເຊິ່ງພວມກີດ​ຂວາງ​​ຫວຽດນາມ ​ໃນ​ການ​ພັດທະນາ​ມະນຸດ.
ຂ່າວ/ບົດ​ອື່ນ