ກອງປະຊຸມຂອງສະຫະປະຊາຊາດ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳອາເມລິການ ໃຫ້ຂ່າວວ່າ, ວັນທີ 16/2, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ດຳເນີນການປ່ອນບັດກ່ຽວກັບຮ່າງມະຕິໃໝ່ທີ່ກ່າວປະນາມບັນດາການລະເມີດສິດທິມະນຸດຢູ່ຊີຣີ ແລະ ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງຢູ່ປະເທດນີ້ໃນທັນທີ. ມະຕິນີ້ແມ່ນບາດກ້າວໃໝ່ສຸດໃນບັນດາຄວາມມານະພະຍາຍາມຂອງສາກົນເພື່ອແນໃສ່ໄກ່ເກ່ຍ ແລະ ຢຸດຕິວິກິດການດ້ານການເມືອງຢູ່ຊີຣີ. ມະຕິນີ້ກໍຮຽກຮ້ອງທ່ານປະທານາທິບໍດີ ຊີຣີ Al Assad ປະລະສິດອຳນາດ.
ກ່ອນທີ່ຈະດຳເນີນການປ່ອນບັດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງຊີຣີ ຢຸດຕິບັນດາການປາບປາມສາມັນຊົນ ແລະ ຖືວ່າໂທດກຳຕ້ານມະນຸດພວມເກີດຂຶ້ນຢູ່ປະເທດຕາເວັນອອກກາງນີ້.
ບັນດາກຸ່ມສິດທິມະນຸດສາກົນໃຫ້ຮູ້ວ່າ, ມີສາມັນຊົນປະມານ 7.000 ຄົນຖືກເສຍຊີວິດຢູ່ຊີຣີ ນັບຕັ້ງແຕ່ມີບັນດາການລຸກຮືຂຶ້ນ ເພື່ອແນໃສ່ຕ້ານຄືນອຳນາດການປົກຄອງຂອງປະທານາທິບໍດີ Al Assad ເມື່ອກາງເດືອນ 3/2011. ນອກຈາກນັ້ນ, ບັນດານັກເຄື່ອນໄຫວເວົ້າວ່າມີຜູ້ເສຍຊີວິດຢ່າງໜ້ອຍສຸດ 40 ຄົນໃນວັນທີ 16/2.