(vovworld) – ວັນທີ 25/8, ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ປະເທດນີ້ບັນລຸໄດ້ຂໍ້ຕົກລົງກັບສະຫະປະຊາຊາດກ່ຽວກັບເລື່ອງອະນຸຍາດໃຫ້ຄະນະນັກກວດກາອາວຸດເຄມີຂອງອົງການນີ້ ໄປຍັງເຂດຊົນນະບົດ Al Ghouta, ຢູ່ທາງທິດຕາເວັນອອກນະຄອນຫຼວງ Damascus, ເພື່ອສືບສວນກ່ຽວກັບການບຸກໂຈມຕີທີ່ໄດ້ຮັບຖືວ່າ ມີການນຳໃຊ້ອາວຸດເຄມີໃນອາທິດກ່ອນຢ່າງຮີບດ່ວນ. ກ່ອນໜ້ານັ້ນ, ກຳລັງຝ່າຍຄ້ານ ຊີຣີ ໄດ້ກ່າວຜຸກໂທດທະຫານລັດຖະບານນຳໃຊ້ທາດພິດ Sarin ໃນການບຸກໂຈມຕີຢູ່ທາງທິດຕາເວັນອອກ ແລະ ຕາເວັນຕົກສ່ຽງໃຕ້ ນະຄອນຫຼວງ Damascus ໃນວັນທີ 21/8, ເຮັດໃຫ້ 1.300 ຄົນເສຍຊີວິດ. ອຳນາດການປົກຄອງຂອງປະທານາທິບໍດີ Bashar Al Assad ໄດ້ປະຕິເສດຄຳກ່າວຫາດັ່ງກ່າວໃນທັນທີ, ຖືວ່າ ນີ້ພຽງແຕ່ແມ່ນຄັນຕະລະບັດຂອງກຳລັງຝ່າຍຄ້ານເພື່ອແນໃສ່ດຶງດູດສາກົນເຂົ້າຮ່ວມບັນຫາ ຊີຣີ. ມາຮອດຈຸດເວລານີ້, ຍັງບໍ່ທັນຮູ້ຝ່າຍໃດນຳໃຊ້ອາວຸດເຄມີໃນການບຸກໂຈມຕີນີ້.