ສະຫະປະຊາຊາດ ແລະ ຫວຽດນາມ ກ່າວປະນາມການຂວ້ຳບາດຂອງອາເມລິກາ ຕ້ານ ກູບາ

ສະຫະປະຊາຊາດ ແລະ ຫວຽດນາມ ກ່າວປະນາມການຂວ້ຳບາດຂອງອາເມລິກາ ຕ້ານ ກູບາ - ảnh 1
ກອງປະຊຸມສະມັດຊາໃຫຍ່ ສປຊ
ພາບ: internet


(vovworld) - ວັນ​ທີ 13/11, ດ້ວຍ​ບັດ​ເຫັນ​ດີ​ຢູ່​ໃນລະດັບສະຖິຕິ, ສະມັດຊາ​​ໃຫຍ່​ສະ​ຫະປະຊາ​ຊາດ ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ມະຕິ​ກ່າວ​ປະນາມ​ການ​ຂວ້ຳ​ບາດ​ຂອງ​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ຕ້ານ​ປະຊາຊົນ ກູ​ບາ ທ່ີ​ແກ່ຍາວ​ໃນ 5 ທົດ​ສະ​ວັດ​ຜ່ານ​ມາ. ​ໃນ​ການ​ປ່ອນ​ບັດ​ຂອງ​ກອງ​ປະຊຸມສະມັດຊາ​ໃຫຍ່ ສປຊ ຊື່​ງລວມມີ 193 ປະ​ເທດສະມາຊິກ, 188 ປະ​ເທດ​ໄດ້​ປ່ອນ​ບັດ​ເຫັນ​ດີ, ​ໃນ​ຂະນະ​ນັ້ນອາ​ເມ​ລິ​ກາ, ອິດສະຣາ​ແອນ ​ແລະ Palau ປ່ອນ​ບັດ​ຄ້ານ. ສະມັດຊາ​ໃຫຍ່ ສປຊ ກໍໄດ້ຢືນຢັນ​ຄືນ​ໃຫມ່​​ເຖິງ​ຫລັກການ​ສະ​ເຫມີ​ພາບ​ລະຫວ່າງ​ບັນດາ​ປະ​ເທດ,​ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​ກໍ​ຄື​ບັນດາ​ຫລັກການ​ກ່ຽວກັບການ​ຄ້າ​ເສລີ ​ແລະ ການ​ເດີນ​ທະ​ເລ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ບາ Rodriguez Parilla ກ່າວ​ປະນາມ​ການ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ຕ້ານ​ກູ​ບາ, ​ແມ່ນ​ການ​ກະທຳ​ດັບ​ສູນ​ ​ແລະ ຖື​ວ່າ ນີ້​ແມ່ນ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​​ເປັນ​ລະບົບ ​ແລະ ​ເປີດ​ແປນ​ຂອງ​ອຳນາດ​ການ​ປົກ​ຄອງ​ອາ​ເມ​ລິ​ກາ.

 ສ່ວນ ຫວຽດນາມ ກໍຄັດຄ້ານ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ຕ້ານ ກູ​ບາ. ນັ້ນ​ແມ່ນ​ສານ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ບົດ​ປາ​ໄສ​ສຳຄັນ​ຂອງ​ທ່ານ Pham Quang Minh ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ, ຮອງ​ຫົວຫນ້າ​ຜູ້ຕາງຫນ້າ​ຂອງ ຫວຽດນາມ ປະຈຳ ສປຊ ​ໃນ​ວາລະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ມະຕິ “ຄວາມ​ຈຳ​ເປັນ​ຕ້ອງ​ຢຸດຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້າ​ນ​ເສດຖະກິດ​ການ​ຄ້າ ​ແລະ ການ​ເງິນ​ຂອງ​ອາ​ເມ​ລິ​ກາ ຕ້ານ ກູ​ບາ” ຂອງ ສປຊ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 13/11. ທ່ານ Pham Quang Vinh ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ​ແບ່ງປັນ​ທັດສະນະ​ຂອງ​ປະຊາ​ຄົມ​ໂລກ​ໃນ​ການ​ຮຽກຮ້ອງ ອາ​ເມ​ລິ​ກາ ຈົ່ງ​ຢຸດຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ ກູ​ບາ ​ແລະ ຢືນຢັນ​ນະ​ໂຍບາຍ​ປິດ​ລ້ອມ, ຂວ້ຳ​ບາດ​ຂອງ ອ​າ​ເມ​ລິ​ກາ​ ຕ້ານ​ກູ​ບາ ລະ​ເມີດ​ກົດໝາຍ​ສາກົນ, ບັນດາ​ຫລັກການ ​ແລະ ຂໍ້​ກຳນົດ​ຂອງ​ກົດ​ບັດ ສປຊ.

 

ຂ່າວ/ບົດ​ອື່ນ