ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນສະ​ພາ​ບ​ການ​ຂາດຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່ ຊີ​ຣີ

(VOVWORLD) -ວິກິດການດ້ານເສດຖະກິດ, ບໍ່ມີວຽກເຮັດງານທຳ ຍ້ອນໂລກລະບາດໂຄວິດ - 19 ແລະ ລາຄາສະບຽງອາຫານເພີ່ມຂຶ້ນສູງ ໄດ້ເຮັດໃຫ້ສະພາບການຫຍຸ້ງຍາກຂອງຊາວຊີຣີຮ້າຍແຮງຂຶ້ນຕື່ມ.
ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນສະ​ພາ​ບ​ການ​ຂາດຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່ ຊີ​ຣີ - ảnh 1ພາບປະກອບ: TTXVN

ໂຄງການສະບຽງອາຫານໂລກ (WFP) ຂອງ ສປຊ ໃນວັນທີ 17 ກຸມພາ ໄດ້ປະກາດບົດລາຍງານກ່ຽວກັບຂໍ້ມູນໃໝ່ “ທີ່ເປັນໜ້າເຕືອນໄພ” ກ່ຽວກັບສະພາບການ ຊາວຊີຣີບໍ່ສາມາດສຳຜັດກັບສະບຽງອາຫານໄດ້ຢ່າງຄົບຖ້ວນເຊິ່ງມີຕົວເລກບັນລຸຂຶ້ນເຖິງລະດັບສະຖິຕິນັ້ນແມ່ນ 12,4 ລ້ານຄົນ, ປະມານເກືອບ 60% ປະຊາກອນຂອງປະເທດນີ້.

ວິກິດການດ້ານເສດຖະກິດ, ບໍ່ມີວຽກເຮັດງານທຳ ຍ້ອນໂລກລະບາດໂຄວິດ - 19 ແລະ ລາຄາສະບຽງອາຫານເພີ່ມຂຶ້ນສູງ ໄດ້ເຮັດໃຫ້ສະພາບການຫຍຸ້ງຍາກຂອງຊາວຊີຣີຮ້າຍແຮງຂຶ້ນຕື່ມ. ບົດລາຍງານນີ້ແມ່ນໝາກຜົນຂອງການຕີລາຄາສະພາບການຂາດສະບຽງອາຫານໃນທົ່ວໂລກ ໃນປີ 2020 ໂດຍອົງການຂອງສປຊ ແລະ ບັນດາຄູ່ຮ່ວມມືປະຕິບັດເມື່ອທ້າຍປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ