ສະຫະປະຊາຊາດຕໍ່ກຳນົດເວລາອາຍຸການຂອງຄະນະປະຕິບັດງານປະຈຳລີບີ

(VOVWORLD) -ວັນທີ 13 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເຫັນດີຕໍ່ກຳນົດເວລາອາຍຸການຂອງຄະນະປະຕິບັດງານໜູນຊ່ວຍສະຫະປະຊາຊາດປະຈຳລີບີ (UNSMIL) ຮອດວັນທີ 15 ກັນຍາ 2019.
ສະຫະປະຊາຊາດຕໍ່ກຳນົດເວລາອາຍຸການຂອງຄະນະປະຕິບັດງານປະຈຳລີບີ - ảnh 1 (ພາບປະກອບ: AFP/TTXVN)

UNSMIL ໄດ້ຮັບມອບໝາຍໜ້າທີ່ໜູນຊ່ວຍວິວັດການເຈລະຈາດ້ານການເມືອງ ແລະ ເສດຖະກິດໃນຂອບເຂດຂອງຂໍ້ຕົກລົງການເມືອງລີບີ ແລະ ແຜນການກະທຳຂອງສະຫະປະຊາຊາດ ຢູ່ປະເທດນີ້. ນີ້ລ້ວນແຕ່ແມ່ນບັນດາໂຄງການສຳຄັນໂດຍສະຫະປະຊາຊາດເປັນປະທານ ເພື່ອແນໃສ່ແກ້ໄຂບັນດາບັນຫາຂາດສະຖຽນລະພາບຢູ່ລີບີ. ຄະນະປະຕິບັດງານກໍ່ຈະໜູນຊ່ວຍການປັບປຸງຄວາມໝັ້ນຄົງ, ການຄຸ້ມຄອງດ້ານບໍລິຫານ ແລະ ປັບປຸງບັນດາການເຄື່ອນໄຫວທາງດ້ານເສດຖະກິດ. ນອກນັ້ນ, ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ຮຽກຮ້ອງໃຫ້ UNSMIL ໜູນຊ່ວຍບັນດາອົງການລັດຖະບານຂອງລີບີ ໃນການສະໜອງບັນດາການບໍລິການທີ່ຈຳເປັນ, ໜູນຊ່ວຍມະນຸດສະທຳ…

ຕອບກັບ

ຂ່າວ/ບົດ​ອື່ນ