(vovworld) - ເນື່ອງໃນໂອກາດສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານ ຄົບຮອບ 1 ປີ. ວັນທີ 20/07, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ອອກຖະແຫຼງການຕີລາຄາວ່າ, ບັນດາຝ່າຍໄດ້ປະຕິບັດຂໍ້ຕົກລົງຢ່າງເຂັ້ມງວດ ແລະ ນີ້ແມ່ນເຄື່ອງມືທີ່ມີປະສິດທິຜົນ ເພື່ອຮັບປະກັນໃຫ້ໂຄງການນິວເຄຼຍ ຂອງອີຣານ ພຽງຮັບໃຊ້ບັນດາເປົ້າໝາຍສັນຕິພາບເທົ່ານັ້ນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ອວຍພອນສະພາຄວາມໝັ້ນຄົງ ແລະ ບັນດາຝ່າຍທີ່ເຂົ້າຮ່ວມແຜນການເຄື່ອນໄຫວຮອບດ້ານລວມ (JCPOA) ພ້ອມທັງຍ້ອງຍໍບັນຄວາມກ້າວໜ້າທີ່ບັນລຸໄດ້ໃນ 1 ປີຜ່ານມາ. ທ່ານ Ban Ki moon ເນັ້ນໜັກວ່າ JCPOA ໄດ້ສະແດງໃຫ້ເຫັນ “ໄຊຊະນະ” ຂອງການນຳໃຊ້ເຄື່ອງມືທາງການທູດ ເພື່ອແກ້ໄຂ ແລະ ສະກັດກັ້ນການປະທະກັນ, ພ້ອມທັບປັບປຸງບັນດາຂໍ້ກຳນົດຂອງສາກົນກ່ຽວກັບເລື່ອງບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.