(vovworld) – ວັນທີ 1/7, ສະຫະປະຊາຊາດ (ສປຊ ) ໄດ້ປະກາດສະພາວະສຸກເສີນລະດັບ 3 ໃນ 6 ເດືອນກ່ຽວກັບສິດທິມະນຸດໃນລະດັບ 3 ຢູ່ Yemen, ເຊິ່ງແມ່ນລະດັບກ່າວເຕື່ອນສູງສຸດຂອງອົງການນີ້, ເພື່ອແນໃສ່ຊຸກຍູ້ບັນດາແຫຼ່ງຊ່ວຍເຫຼືອສາກົນທີ່ສະຫງວນໃຫ້ປະເທດນີ້. ໃນແຈ້ງການ, ໂຄສົກ ສປຊ Farhan Haq ໄດ້ກ່າວເຕື່ອນວ່າ: ມີພົນລະເມືອງກ່ວາ 21 ລ້ານຄົນ, ເທົ່າກັບ 80% ພົນລະເມືອງ Yemen ພວມຕ້ອງການໄດ້ຮັບການຊ່ວຍເຫຼືອ. ຕາມແຜນການຮີບດ່ວນແລ້ວ, ສປຊ ຈະຊອກຫາທຸກວິທີເພື່ອໜູນຊ່ວຍໃຫ້ປະຊາຊົນ 11,7 ລ້ານຄົນທີ່ພວມຕ້ອງຮັບການຊ່ວຍເຫຼືອ.