ສະຫະປະຊາຊາດຮຽກຮ້ອງອຸປະຖຳໃຫ້ Haiti

ສະຫະປະຊາຊາດຮຽກຮ້ອງອຸປະຖຳໃຫ້ Haiti - ảnh 1
​ຜົນ​ສະ​ທ້ອນ​​ຈາກ​​ພະ​ຍຸເຂດ​ຮ້ອນ Matthew
(ພາບ: AFP/TTXVN)

(vovworld) - ວັນ​ທີ 10/10, ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໜູນ​ຊ່ວຍມະ​ນຸດ​ສະ​ທຳຈຳ​ນວນ​ເງິນ 119 ລ້ານ USD ໃຫ້​ປະ​ຊາ​ຊົນ Haiti 750.000 ຄົນ ທີ່​ຖືກ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຈາກ​​ພະ​ຍຸເຂດ​ຮ້ອນ Matthew. ຄາດ​ວ່າ, ຈຳ​ນວນ​ງົບ​ປະ​ມານນີ້​ຈະ​ຖືກ​ນຳ​ໃຊ້​ເພື່ອ​ຊື້​ທັນ​ຍາ​ຫານ, ນ້ຳ​ປະ​ປາ ແລະ ຕູບຊົ່ວ​ຄາວ​ໃຫ້​ບັນ​ດາ​ຜູ​້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ໂດຍ​ສະ​ເພາະ​ແມ່ນ​​ພາຍ​ຫຼັງ​ທີ່ບັນ​ດາເຂດ​ປູກ​ຝັງ ແລະ ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ປະ​ເທດ​ເກາະ​ Caribe ນີ້​ຖືກ​ພະ​ຍຸ​ແຮງ​ທີ່​ສຸດໃນ 1 ທົດ​ສະ​ວັດ​ຜ່ານ​ມາ​ຢູ່ Caribe ທຳ​ລ​າຍ. ພະ​ຍ​ຸ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເກືອ​ບ 1000 ຄົນ​ເສ​ຍ​ຊີ​ວິດ. ໃນ​ສານ​ຂອງ​ຕົນ, ສະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ “ພະ​ຍຸ Matthew ໄດ້​ກໍ​ໃຫ້​ເກີດ​ໄພ​ພິ​ບັດ​ທຳ​ມະ​ຊາດ​ໃຫຍ່ກວ່າ​ໝູ່​ຢູ່ Haiti ນັບ​ແຕ່​ເກີດ​ເຫດ​ແຜ່ນ​ດິນ​ໄຫວເມື່ອ​ປີ 2010, ໃນ​​ຂະ​ນະ​ທີ່​ປະ​ເທດນີ້​ໄດ້ ແລະ ພວມ​ປະ​ເຊີນ​ໜ້າ​ກັບ​​ສະ​ພາບ​ໂລກ​ພະ​ຍາດອະ​ຫິ​ວາ ​ກຳ​ລັງເພີ່ມ​ຂຶ້ນ​ສູງ​, ການ​ຂາດ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ສະ​ບຽ​ງ​ອາ​ຫານ ແລະ ໄພ​ຂາດ​ທາດບ​ຳ​ລຸງ​ຢ່າງ​ຮ້າຍ​ແຮງ”.

ຂ່າວ/ບົດ​ອື່ນ