ສະເຫຼີມສະຫຼອງ 10 ປີ ແຫ່ງວັນ ປ່າສະຫງວນຟອງຍາແກບ່າງ ໄດ້ຮັບການ ຮັບຮອງເປັນມໍລະດົກໂລກ

ສະເຫຼີມສະຫຼອງ 10 ປີ ແຫ່ງວັນ ປ່າສະຫງວນຟອງຍາແກບ່າງ ໄດ້ຮັບການ ຮັບຮອງເປັນມໍລະດົກໂລກ - ảnh 1
ປ່າ​ສະຫງວນ​ຟອງ​ຍາ​ແກ​ບ່າງ
(ພາບອີນເຕີແນດ)

(vovworld) – ພິທີສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່ງ​ວັນ​ປ່າ​ສະຫງວນ​ຟອງ​ຍາ​ແກ​ບ່າງ ​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ມໍລະດົກ​ທຳ​ມະ​ຊາດໂລກ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 25/5, ຢູ່​ຖ້ຳ​ທຽນ​ເດື່ອງ (ແດນ​ສະຫວັນ), ປ່າ​ສະຫງວນ​ຟອງ​ຍາ​ແກ​ບ່າງ ​​ແຂວງ​ກວາງ​ບິ່ງ. ກ່າວ​ຄວາມ​ເຫັນ​ນະ​ພິທີສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່ງ​ວັນ​ປ່າ​ສະຫງວນ​ຟອງ​ຍາ​ແກ​ບ່າງ ​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ມໍລະດົກ​ທຳ​ມະ​ຊາດໂລກ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ, ​ເນັ້ນ​ໜັກ​ວ່າ:

”ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ​ກວາງ​ບິ່ງ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ 10 ປີຜ່ານ​ມາ, ນຳ​ໃຊ້​ການ​ໜູນ​ຊ່ວຍ​ຈາກບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ​, ຕອບ​ສະໜອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ, ​ແລະ ການ​ພັດທະນາ​ການທ່ອງທ່ຽວ​​ແບບ​ຍືນ​ຍົງ​ກວ່າ​ອີກ. ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ນາຍົກລັດຖະມົນຕີ, ຂໍຂອບ​ໃຈ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ພິ​ເສດ​ແມ່ນ​ອົງການ UNESCO ​ທີ່ໄດ້​​ໃຫ້ການຊ່ວຍ​ເຫຼືອ​ແຂວງ​ກວາງ​ບິ່ງ ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍລະດົກ​ໂລກ - ປ່າ​ສະຫງວນ​ຟອງ​ຍາ​ແກ​ບ່າງ  ”

ຂ່າວ/ບົດ​ອື່ນ