(ພາບປະກອບ)
( vovworld)- ວັນທີ 01/10 ຢູ່ນະຄອນ ແຣກຢ໋າ, ແຂວງກຽນຢາງ ແລະ ກົງສູນສະຫະລັດອາເມລິກາ ປະຈຳນະຄອນໂຮ່ຈີ່ມິນໄດ້ສົມທົບກັນຈັດຕັ້ງການພົບປະ ສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດເປັນປົກກະຕິຫວຽດນາມ-ອາເມລິກາ ( 1995-2015 ) ທ່ານນາງ Rena Bitter, ຫົວໜ້າກົງສູນສະຫະລັດອາເມລິກາ ປະຈຳນະຄອນໂຮ່ຈີ່ມິນ ຖືວ່າ ພາຍຫຼັງ 20 ປີ ແຫ່ງການສ້າງຕັ້ງການພົວພັນລະຫວ່າງ 2 ປະເທດອາເມລິກາ-ຫວຽດນາມ ໄດ້ພັດທະນາດີງາມ ແລະ ນັບມື້ນັບກ້າວເຂົ້າສູ່ລວງກວ້າງ ແລະ ລວງເລິກຢ່າງບໍ່ຢຸດຢັ້ງ. ອາເມລິກາມີຄວາມປະທັບໃຈ, ເອົາໃຈໃສ່ເຖິງການພັດທະນາຂອງຫວຽດນາມ ແລະ ມີຄວາມເອກອ້າງທະນົງໃຈ ເປັນເພື່ອນມິດ, ເປັນຄູ່ຮ່ວມມືກັບຫວຽດນາມ. ທ່ານນາງ Rena Bitter ປາຖະໜາວ່າ: ຫວຽດນາມ ແລະ ອາເມລິກາຈະເຮັດໄດ້ຫຼາຍວຽກງານດີງາມກວ່າອີກໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາເມລິກາ ແລະ ຫວຽດນາມໃນໄລຍະທີ່ຈະມາເຖິງ. ສ່ວນທ່ານປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ເລວັນທີ ເຊື່ອໝັ້ນວ່າ : ໃນໄລຍະທີ່ຈະມາເຖິງ, ການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາເວົ້າລວມ ແລະ ລະຫວ່າງແຂວງກຽນຢາງກັບບັນດາວິສາຫະກິດ, ບັນດາລັດຂອງອາເມລິກາ ຈະສືບຕໍ່ພັດທະນາເຂັ້ມແຂງກວ່າອີກໃນທຸກຂົງເຂດ.