(ພາບ:baodienbienphu.info.vn)
( vovworld ) – ວັນທີ 18/4, ນະຄອນ Dien Bien Phu ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງການສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນ 2. ນະພິທີ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນພ້ອມກັນປະຕິບັດຈຸດໝາຍພັດທະນານະຄອນຮອດປີ 2015 ໃຫ້ໄດ້. ທ່ານ Nguyen Duc Duyen ຮອງປະທານຄະນະກຳມະການປະຊາຊົນນະຄອນ Dien Bien Phu ເນັ້ນໜັກວ່າ: “ພວກຂ້າພະເຈົ້າໄດ້ກຳນົດບັນດາຈຸດໝາຍພື້ນຖານຮອດປີ 2015. ກ່ອນອື່ນໝົດແມ່ນສູ້ຊົນບັນລຸໄດ້ຄາດໝາຍແມ່ນຕົວເມືອງປະເພດ 2 ຂຶ້ນກັບແຂວງ Dien Bien. ການຈະເລີນເຕີບໂຕສະເລັ່ຍຕ້ອງບັນລຸໄດ້ແຕ່ 16%/ປີ, ສູ້ຊົນໃຫ້ຄອບຄົວທຸກຍາກຍັງເຫຼືອພຽງ 0,5% ເທົ່ານັ້ນ. ດ້ວຍຄວາມຕັດສິນໃຈສູງຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນບໍລິເວນນະຄອນ ພ້ອມກັບການຊ່ວຍເຫຼືອຢ່າງຕັ້ງໜ້າຂອງສູນກາງ, ພັກ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຈະບັນລຸໄດ້ຈຸດໝາຍທີ່ໄດ້ວາງອອກ“.