ສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງໂຮງໝໍເສນາລັກ 175
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງໂຮງໝໍເສນາລັກ 175 |
(vovworld)- ຕອນເຊົ້າວັນທີ 23/5, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງໂຮງໝໍເສນາລັກ 175 ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 26/5/1975. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງໂຮງໝໍເສນາລັກ 175, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຢືນຢັນວ່າ :
“ ນີ້ແມ່ນໂຮງໝໍລະດັບສູງ, ດັ່ງນັ້ນ ນີ້ຕ້ອງແມ່ນແຫ່ງກໍ່ສ້າງພະນັກງານແພດໝໍໃຫ້ແກ່ບັນດາໂຮງໝໍຂອງເຂດທະຫານ, ໂຮງໝໍຂັ້ນແຂວງ… ນີ້ແມ່ນໜ້າທີ່ສຳຄັນທີ່ສຸດ. ບັນດາໂຮງໝໍທີ່ມີຄຸນນະພາບປິ່ນປົວສູງ, ຕ້ອງເຮັດໜ້າທີ່ມອບໂອນເຕັກນິກ. ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າຫາກໄດ້ຮັບການແນະນຳ, ບຳລຸງສ້າງ, ບັນດາສະຫາຍຈະມີຄວາມກ້າວໜ້າກວ່າ ”