ສະເຫຼີມສະຫຼອງ 43 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ຕອນຄ່ຳວັນທີ 30 ເມສາ, ທີ່ເວທີສະແດງໃນສວນສາທາລະນະອະນຸສາວະລີ ໂຮ່ຈີມິນ, ທີ່ເມືອງ 1, ນະຄອນ ໂຮ່ຈີມິນ
ສະເຫຼີມສະຫຼອງ 43 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1 ລາຍການສະແດງສິລະປະ (ພາບ: TTXVN)

ໄດ້ດຳເນີນລາຍການສະແດງສິລະປະ ສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2018) ແລະ ສະເຫຼີມສະຫຼອງ 132 ປີແຫ່ງວັນກຳມະກອນສາກົນ (01/05/1886 – 01/05/2018) ດ້ວຍຫົວຂໍ້ວ່າ “ໜ້າປະຫວັດສາດສະຫງ່າອົງອາດ, ແຈ້ງສະຫວ່າງໃນອະນາຄົດ”. ທີ່ລາຍການ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ດ້ວຍບັນດາບົດເພງທີ່ໂດ່ງດັງ, ຮູບພາບເອກະສານ ແລະ ໄດ້ວາດພາບເຖິງຊຸມປີແຫ່ງການສູ້ຮົບທີ່ພິລະອາດຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງນະຄອນ ໂຮ່ຈີມິນ ກໍ່ສ້າງນະຄອນນັບມື້ນັບພັດທະນາ, ວັດທະນາຖາວອນ, ທັນສະໄໝ, ສີວິໄລ…

ຕອບກັບ

ຂ່າວ/ບົດ​ອື່ນ