( vovworld ) - ວັນທີ 24/6, ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ( ຫວຽດນາມ ) ແລະ ວັນທີ 26/6 ຢູ່ທີ່ພະນົບເປັນ ( ກຳປູເຈຍ ) ຈະດຳເນີນພິທີໂຮມຊຸມນູນສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ກຳປູເຈຍ (24/6/1967 – 24/6/2012). ຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໄດ້ເນັ້ນໜັກວ່າ ເລື່ອງສອງປະເທດຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ກຳປູເຈຍ ຢ່າງສົມກຽດນັ້ນ ແມ່ນເພື່ອຢືນຢັນຄວາມຕັດສິນໃຈຂອງສອງປະເທດ ພ້ອມກັນຮ່ວມແຮງຮ່ວມໃຈສ້າງສາຍພົວພັນຖານບ້ານໄກ້ເຮືອນຄຽງອັນດີງາມ, ຄວາມມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ.
ໝາກຜົນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດສຳຄັນທີ່ສຸດໃນໄລຍະ 45 ປີທີ່ຜ່ານມາ, ນັ້ນແມ່ນປະຊາຊົນສອງປະເທດໄດ້ສາມັກຄີຮຽງບ່າຮຽນໄຫຼ່, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນັບທັງອຸທິດເລືອດເນື້ອຂອງຕົນເພື່ອພາລະກິດປົດປ່ອຍຊາດ. ໃນຊຸມປີທີ່ຜ່ານມາ, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບກ້າວເຂົາສູ່ລວງເລີກ, ນຳມາເຊິ່ງປະສິດທິຜົນອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ສອງປະເທດພວມສ້າງສາຍພົວພັນ “ບ້ານໄກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ” ແລະ ເລື່ອງສອງປະເທດຈັດຕັ້ງພິທີສະເຫຼີມສະຫຼອງປີມິດຕະພາບຫວຽດນາມ - ກຳປູເຈຍ 2012 ແມ່ນເພື່ອແນໃສ່ຢືນຢັນຄວາມຕັດສິນໃຈຂອງສອງປະເທດສືບຕໍ່ສ້າງສາຍ ພົວພັນອັນດີງາມນັ້ນ. ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ເວົ້າວ່າ.
“ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດທົບທວນຄືນມູນເຊື້ອປະຫວັດສາດອັນສະຫງ່າລາສີ, ສຶກສາມູນເຊື້ອໃຫ້ແກ່ບັນດາລຸ້ນໜຸ່ມຫວຽດນາມ ແລະ ກຳປູເຈຍ ກ່ຽວກັບສາຍພົວພັນອັນສະໜິດແໜ້ນ ລະຫວ່າງປະຊາຊົນສອງປະເທດອ້າຍນ້ອງ. ນີ້ກໍ່ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນທີ່ໄດ້ເສຍສະຫຼະຊີວິດຂອງຕົນເພື່ອສັນຕິພາບຂອງປະຊາຊົນສອງປະເທດ.”
ລັດຖະບານ, ບັນດາກະຊວງ, ທ້ອງຖີ່ນຂອງ 2 ຝ່າຍ ພວມຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ ດ້ວຍຫຼາຍຮູບແບບທີ່ອຸດົມສົມບູນ, ແທດຈິງ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ Pham Binh Minh ໃຫ້ຮູ້ວ່າ:
“ກົງກັບວັນສະເຫຼີມສະຫຼອງ 24/6, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະພ້ອມກັບທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Xamdec Techo Hunsen ເປັນປະທານພິທີເປີດສະຫຼອງຫຼັກໝາຍເລກທີ 314 - ເຊິ່ງແມ່ນຫຼັກໝາຍສຸດທ້າຍໃນເສັ້ນຊາຍແດນທາງບົກລະຫວ່າງ 2 ປະເທດ ທີ່ຂຶ້ນກັບແຂວງ ກຽນຢາງ ຂອງ ຫວຽດນາມ ແລະ ແຂວງ Kam Pot ຂອງ ກຳປູເຈຍ. ຈາກນັ້ນ, ນາຍົກລັດຖະມົນຕີທັງ 2 ທ່ານ ຈະເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ກຳປູເຈຍ ຄັ້ງທີ 3 ເຊິ່ງຈັດຂຶ້ນຢູ່ ແຂວງ ກຽນຢາງ”
ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ຢືນຢັນວ່າ: ບັນດາການເຄື່ອນໄຫວອັນແທດຈິງໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2012 ຈະປະກອບສ່ວນຍົກສູງສະຕິຄວາມຮູ້ຂອງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນ 2 ປະເທດ, ກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ, ຜ່ານນັ້ນຈະສ້າງທ່າໃຫ້ແກ່ການຮ່ວມມືເສດຖະກິດຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ 2 ປະເທດຍິ່ງກ່ວາອີກ.