(vovworld) - ຕອນເຊົ້າວັນທີ 31/8, ແຂວງກອນຕຸມ ໄດ້ຈັດພິທີສະເຫຼີມ50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 35 ປີ ແຫ່ງວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ເຂົ້າຮ່ວມພິທີ່ມີຜູ້ຕາງໜ້າການນຳແຂວງກອນຕຸມ, ກົງສູນໃຫຍ່ ສປປ ລາວ ປະຈຳດານັ້ງ ແລະ ຜູ້ຕາງໜ້າການນຳ 4 ແຂວງ ອັດຕະປື, ເຊກອງ, ສາລະວັນ ແລະ ຈຳປະສັກ. ກ່າວຄຳເຫັນນະພິທີ, ທ່ານຮອງເລຂາເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງກອນຕຸມ Nguyen Van Hung ໄດ້ເນັ້ນໜັກວ່າ, ພາຍຫຼັງ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຢ່າງເປັນທາງການ, ໂດຍສະເພາະແມ່ນນັບແຕ່ເມື່ອລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ, ດ້ວຍຄວາມຕັດສິນໃຈຂອງສອງພັກ ແລະ ສອງລັດ, ພ້ອມກັບຄວາມມານະພະຍາຍາມສູ້ຊົນຂອງຂະແໜງການທຸກຂັ້ນ, ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນສອງປະເທດ, ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການພັດທະນາທັງລວງກວ້າງ ແລະ ລວງເລິກ. ບົນພື້ນຖານບັນດາສົນທິສັນຍາສັນຕິພາບ, ມິດຕະພາບ, ການຮ່ວມມື ທີ່ໄດ້ຮັບການລົງນາມລະຫວ່າງສອງປະທເດ, ແຂວງກອນຕຸມ ສືບຕໍ່ແມ່ນແຂວງແຮກສ່ຽວ ແລະ ຮ່ວມມືກັບບັນດາແຂວງທາງພາກໃຕ້ຂອງລາວ ຢ່າງຮອບດ້ານ.