ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຢ່າງສົມກຽດ

(VOVWORLD) - ຕອນເຊົ້າວັນທີ 24 ມິຖຸນາ, ທີ່ໂຮງລະຄອນໃຫຍ່ຢູ່ນະຄອນ ຮ່າໂນ້ຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຢ່າງສົມກຽດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ 

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ເຖິງວ່າສະພາບການໂລກ ແລະ ພາກພື້ນມີການຜັນແປຫລາຍຢ່າງກໍ່ຕາມ ແຕ່ 2 ປະເທດ, 2 ຊາດ ຫວຽດນາມ ແລະ ກຳປູເຈຍ ຍັງຄົງສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ເພີ່ມພຸນຄຸນສ້າງໃຫ້ການພົວພັນນັບມື້ນັບພັດທະນາອັນດີງາມ, ເພື່ອຜົນປະໂຫຍດຂອງປະຊາຊົນ ກຳປູເຈຍ ແລະ ຫວຽດນາມ.

        “ທຳມະຊາດໄດ້ດົນບັນດານແມ່ນ້ຳຂອງທີ່ໄຫລຜ່ານ 2 ປະເທດ. ແມ່ນ້ຳສາຍນີ້ໄດ້ເປັນສັກຂີພິຍານການພົວພັນສະໜິດຕິດພັນລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດທີ່ສະຫງ່າລາສີນີ້, ຂ້າພະເຈົ້າອວຍພອນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ຈະປຽບເໝືອນແມ່ນ້ຳຂອງສາຍໃຫຍ່ບໍ່ມີວັນຈະປົກແຫ້ງ ແລະ ກໍ່ແມ່ນບໍ່ເກີດ ແຫ່ງສັນຕິພາບ ແລະ ວັດທະນາຖາວອນໃຫ້ 2 ຊາດພວກເຮົາ”.

        ສ່ວນທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdec Heng Samrin ຢືນຢັນວ່າ ເລື່ອງຈັດຕັ້ງພິທີສະເຫຼີມສະຫຼອງວັນນີ້ ແມ່ນເຫດການປະຫວັດສາດສຳຄັນ, ສະແດງໃຫ້ເຫັນການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ປະເທດນັບແຕ່ກ່ອນມາຮອດປະຈຸບັນ ອັນໄດ້ນຳມາເຊິ່ງຜົນປະໂຫຍດລວມໃຫ້ 2 ຊາດ, ພິເສດແມ່ນໃນການຍາດເອົາສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ