( vovworld ) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ລາວ ( 5/9/1962 – 5/9/2012 ) ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ( 18/7/1977 – 18/7/2012 ), ຕອນຄໍ່າວັນທີ 29/7, ສະຖານທູດຫວຽດນາມ, ຄະນະຜູ້ແທນຫວຽດນາມ ປະຈຳອາຊຽນ ພ້ອມກັບສະຖານທູດລາວ ແລະ ຄະນະຜູ້ແທນລາວ ປະຈຳອາຊຽນ ຢູ່ອີນໂດເນເຊຍ ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບ. ເອກອັກຄະລັດຖະທູດຫວຽດນາມ ປະຈຳອີນໂດເນເຊຍ ທ່ານ Nguyen Xuan Thuy ຊີ້ແຈ້ງວ່າ ຈະສືບຕໍ່ບັນດາມູນເຊື້ອ ແລະ ຄຳສັ່ງສອນຂອງປະທານໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ, ສອງປະເທດຫວຽດນາມ ແລະ ລາວ ພ້ອມພ້ອມກັນກ້າວເດີນບົນເສັ້ນທາງສ້າງສາປະເທດຊາດເພື່ອຄວາມຜາສຸກ, ອີ່ມໜຳສຳລານ, ກຽມພ້ອມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອເຮັດສຳເລັດບັນດາຈຸດໝາຍອັນສູງສົ່ງແມ່ນສ້າງປະເທດຊາດເອກະລາດ, ປະຊາທິປະໄຕ ແລະ ຈະເລີນຮຸ່ງເຮືອງ. ທ່ານເອກອັກຄະລັດຖະທູດໄດ້ຢືນຢັນວ່າ ສາຍພົວພັນແບບພິເສດທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ ພວມສືບຕໍ່ໄດ້ຮັບການພັດທະນາໃນທຸກຂົງເຂດ, ຜ່ານນັ້ນ ປະກອບສ່ວນສ້າງສາ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.