ສະເຫຼີມສະຫຼອງ 57 ປີແຫ່ງວັນປະກາດເອກະລາດ ແລະ 27 ປີແຫ່ງວັນປົດປ່ອຍລັດຄູເວດຢູ່ນະຄອນໂຮ່ຈິມິນ

(VOVWORLD) -ຕອນຄ່ຳວັນທີ 26 ກຸມພາ, ສະຖານກົງສູນໃຫຍ່ຄູເວດ ປະຈຳນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 57 ປີແຫ່ງວັນປະກາດເອກະລາດ (25 ກຸມພາ 1961 – 25 ກຸມພາ 2018) ແລະ 27 ປີແຫ່ງວັນປົດປ່ອຍລັດຄູເວດ.

ສະເຫຼີມສະຫຼອງ 57 ປີແຫ່ງວັນປະກາດເອກະລາດ ແລະ 27 ປີແຫ່ງວັນປົດປ່ອຍລັດຄູເວດຢູ່ນະຄອນໂຮ່ຈິມິນ - ảnh 1 ທ່ານ Khaled Al Mutairi, ຫົວໜ້າສະຖານກົງສູນໃຫຍ່ຄູເວດປະຈຳນະຄອນໂຮ່ຈິມິນ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານ Khaled Al Mutairi, ຫົວໜ້າສະຖານກົງສູນໃຫຍ່ຄູເວດປະຈຳນະຄອນໂຮ່ຈິມິນ ຖືວ່າ, ການພົວພັນ 2 ຝ່າຍລະຫວ່າງ 2 ລັດຈະສືບຕໍ່ພັດທະນາຢ່າງເຂັ້ມແຂງກວ່າອີກໃນຊຸມປີຈະມາເຖິງ; ພ້ອມທັງຮຽກຮ້ອງບັນດານັກທຸລະກິດ, ວິສາຫະກິດຫວຽດນາມ ເຂົ້າຮ່ວມລົງທຶນເຂົ້າໃນບັນດາໂຄງການພັດທະນາຢູ່ຄູເວດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຄ້າ 2 ຝ່າຍ ແລະ ການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ທ່ານເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຊົມເຊີຍລັດຄູເວດ ໄດ້ຮັບດຳລົງຕຳແໜ່ງເປັນປະທານໝູນວຽນຂອງສະພາຄວາມໝັ້າຄົງສະຫະປະຊາຊາດ ໃນເດືອນກຸມພາ 2018; ແລະເຊື່ອໝັ້ນວ່າ ລັດຄູເວດ ຈະແບກຫາບທີ່ຕັ້ງບົດບາດສຳຄັນ ແລະ ເຕັມໄປດ້ວຍໜ້າທີ່ຮັບຜິດຊອບອັນຄົບຖ້ວນດັ່ງກ່າວຢູ່ສະຫະປະຊາຊາດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ