ສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ກອງທັບເຮືອປະຊາຊົນຫວຽດນາມ

ສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ກອງທັບເຮືອປະຊາຊົນຫວຽດນາມ - ảnh 1
(ພາບປະກອບ)
(vovworld) - ​​ ຕອນ​ຄໍ່າ​ວັນ​ທີ 07/05, ຢູ່​​ເກາ​ະ ຊອງ​ຕື​ໄຕ, ​ເມືອງ​ເກາະ ​ເຈື່ອງ​ຊາ (​ແຂວງ ​ແຂ໋ງຮ່ວາ), ກອງ​ບັນຊາ​ການ​ທະຫານ​ເຮືອ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ (07/05/1955 – 07/05/2013). ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ເຮືອຕີ ດິງຢາ​ເທີ​ດ, ກຳມະການ​ການ​ເມືອງ​ເຫຼົ່າ​ທັບ​ເຮືອປະຊາຊົນ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ແມ່ນ​ເຫດການມີ​ຄວາມ​ໝາຍ​ຄຳ​ຄັນ​ເພື່ອ​ໃຫ້​ພະນັກງານ, ນັກຮົບ​ຫວນ​ຄືນມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ໃນ​ກວ່າ​ເຄຶ່ງສະຕະສະ​ວັດ​​ແຫ່ງ​ການກໍ່ສ້າງ, ຕໍ່ສູ້ ​ແລະ ​ເຕີບ​ໃຫຍ່. ພ້​ອມທັງ​ຢືນຢັນ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​, ອະທິປະ​ໄຕທະ​ເລ, ໝູ່​ເກາະ, ​ໄຫຼ່​ທະວີບທີ່​ສັກກະ​ລະບຸ​ຊາ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນຄົງ ​ແມ່ນ​ຄວາມ​ຮັບຜິດຊອບ​ອັນ​ໜັກ​ໜ່ວງ ​ແລະ ສະຫງ່າ​ລາສີ, ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ທັງ​ຊາດ, ​ໃນ​ນັ້ນ, ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ແມ່ນ​ແກ່ນສານ​ຂອງ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ບົນທະ​ເລ. ​ເຫຼ່ົາ​ທັບ​ເຮືອທັງ​ໝົດ​ສຸມ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​ກໍ່ສ້າງ​ເຫຼົ່າ​ທັບ​ເຮືອ​ປະຕິວັດ, ​ໃນກຳລັງ​ຫຼວງ, ທັນ​ສະ​ໄໝ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທະ​ເລ, ໝູ່​ເກາ​ະຂອງ​ປະ​ເທດ​ຊາດ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ມິດຕະພາບ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະກອບສ່ວນ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​​ສັງຄົມ​ນິຍົມ​ຫວຽດນາມ.
ຂ່າວ/ບົດ​ອື່ນ