ສະເຫຼີມສະຫຼອງ 58 ປີແຫ່ງວັນໄຊຊະນະປະຫວັດສາດ ດ້ຽນບຽນຟູ໋

ສະເຫຼີມສະຫຼອງ 58 ປີແຫ່ງວັນໄຊຊະນະປະຫວັດສາດ ດ້ຽນບຽນຟູ໋ - ảnh 1
ຄັນທຸງ “ຕັດສິນໃຈເອົາໄຊຊະນະ” ຂອງກອງທັບປະຊາຊົນຫວຽດນາມ ໃນອຸມົງຂອງນາຍພົນ De Castries
(ພາບປະກອບ)

(vovworld) – ວັນ​ທີ 7/5, ​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋, ​ໃນ​ໜ້າ​ທຳ​ອິດ​ຂອງ​ໜັງສືພິມ ກວນ​ໂດ້ຍ​ເຍີ​ນ​ເຢີ​ນ ສຽງ​ຂອງ​ກອງທັບ​ປະຊາ​ຊົນ​ຫວຽດນາມ ​ໄດ້​ມີ​ບົດ​ນຳ​ຢືນຢັນ ​ໄຊຊະນະ​ດ້ຽນບຽນ​ຟູ໋ ປີ 1954 ​ແມ່ນ​ໄຊຊະນະ​ອັນ ສະຫງ່າ​ລາສີ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ. ບົດ​ນຳ​ໄດ້​ເນັ້ນ​ໜັກ​ວ່າ: 58 ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ​ແຕ່​ໄຊຊະນະ ດ້ຽນບຽນ​ຟູ໋ ຍັງ​ຄົງແມ່ນ​ບົ​ດ​ເພງ​ໄຊອັນ​ຍອດ​ຢ​້ຽມ​ກ່ຽວ​ກັບ​ນ້ຳ​ໃຈ ​ແລະ ​ເຈດ​ຈຳນົງ​ສູ້​ຮົບ​, ຕັດສິນ​ໃຈຍາດ​ເອົາ​ໄຊຊະນະ​ໃຫ້​ໄດ້, ກ່ຽວ​ກັບພູມ​ປັນ​ຍາ ​ແລະ ຄຸນນະ​ທາດ​ຂອງ​ຊາວ​ຫວຽດນາມ​ໃນ​ການ​ຕໍ່ສູ້​ປະຕິວັດ​ຕະຫຼອດ​ໄປ. ​ໄຊຊະນະ​ດ້ຽນບຽນ​ຟູ໋ ​​ໄດ້​ຮັບ​ການ​ບັນທຶກ​ໃນ​ປະຫວັດສາດ​ຂອງ​ໂລກ ຄື​ດັ່ງ​ວິລະ​ກຳ​ທີ່​ສະຫງ່າ​ລາສີ, ບຸກທະລຸ​ເຂົ້າກຳ​ແພງ​ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ. ​ໄຊຊະນະ​ ດ້ຽນບຽນ​ຟູ໋ ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ຄວາມ​ສາມາດ​ໃນ​ການ​ນຳພາ​ທີ່​ສະຫຼາດ​ສອດ​ໃສ, ປີ​ຊາ​ສາມາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ​ທ່ານ​ປະທານ​ໂຮ່ຈີ​ມິນ​ໃນ​ການຕໍ່ຕ້ານ​ຍາດ​ເອົາ​ເອກະ​ລາ​ດ, ​ເສລີພາບ​ມາໃຫ້​ປະ​ເທ​ດຊາດ. ໜັງສື​ພິມ ຮ່າ​ໂນ້ຍ​ເໝີຍ (​ແປ່​ວ່າ​ຮ່າ​ໂນ້ຍ​ໃໝ່), ໜັງ​ສື​ພິມ ​ເຍີນ​ເຢີ​ນ ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ສະບັບ​ອອກ​ວັນ​ທີ 7/5 ກໍ​ໄດ້​ມີ​ບົດ​ຂຽນ​ກ່ຽວ​ກັບ​ດິນ​​ແດນປະຫວັດສາດ​ວິລະ​ຊົນ ດ້ຽນບຽນ​ຟູ໋ ມີ​ການປ່ຽນ​ແປງ ​ແລະ ພັດທະນາ​ເທື່ອ​ລະ​ກ້າວ, ​​ແລະ ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຄື່​ອນ​ໄຫວ​ຂອງ​ພັກ ​ແລະ ລັດ ​ທີ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ເຂດ​ດິນ​ແດນ​ແຫ່ງ​ປະຫວັດສາດ ດ້ຽນບຽນ​ຟູ໋ ຜ່ານບັນດາ​ການ​ເຄື່ອນ​​ໄຫວ​ຄື: ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ບັນດາ​ຄອບ​ຄົວ​ທີ່ເຄີຍ​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ​ຟູ໋. ​ເນື່ອງ​ໃນ​ໂອກາດ​ນີ້, ໜັງສືພິມ ​ເຍີ​ນ​ເຢີ​ນ ຍັງ​ແນະນຳ​ປື້​ມ Vo Nguyen Giap ທີ່​ຂຽນກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງ​ທ່ານ​ພົນ​ເອກ Vo Nguyen Giap, ນັກ​ການ​ທະຫານທີ​ປີ​ຊາ​ສາ​ມາດ​ຂອງ​ຊາດ​ຫວຽດນາມ​​ໃນ​ສະຕະວັດ​ທີ 20.

ຂ່າວ/ບົດ​ອື່ນ