ການເຄື່ອນໄຫວອາໄລຫານັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດຖືກດຳເນີນຢູ່ຫຼາຍທ້ອງຖີ່ນໃນທົ່ວປະເທດ
(ພາບ: vietbao.com)
|
Vovworld-ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ( 27/7) ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຫວຽດນາມໄດ້ຈັດບັນດາການເຄື່ອນໄຫວຕອບບູນແທນຄຸນ. ວັນທີ 21/7 ສະຫະພັນແມ່ຍິງນະຄອນ ດານັ້ງ ໄດ້ຈັດລາຍການ “ຕອບບູນແທນຄຸນບັນດາຜູ່ທີ່ ມີຄຸນງາມຄວາມດີຕໍ່ປະເທດຊາດ. ນີ້ແມ່ນໂອກາດເພື່ອໃຫ້ພະນັກງານ ສະຫະພັນແມ່ຍິງນະຄອນ ດານັ້ງ ໄດ້ແລກປ່ຽນບົດຮຽນກັບບັນດານັກວິລະຊົນຍິງໃນກຳລັງປະກອບອາວຸດ, ພະນັກງານທີ່ໄດ້ ເຂົ້າຮ່ວມການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ. ທ່ານນາງ Do Thi Kim Linh ປະທານ ສະຫະພັນແມ່ຍິງນະຄອນ ດານັ້ງ ໃຫ້ຮູ້ວ່າ :
“ ໂດຍຜ່ານລາຍການນີ້ ໄດ້ສະແດງໃຫ້ເຫັນຄວາມຮູ້ບູນຄຸນຢ່າງເລິກເຊິ່ງຕໍ່ການອຸທິດສ່ວນ, ຍອມເສຍສະຫຼະຊີວິດຂອງແມ່ຍິງລຸ່ນກ່ອນໆ ແລະ ຜ່ານນັ້ນສືບຕໍ່ສຶກສາອົບຮົມມູນເຊື້ອອັນດີງາມຂອງແມ່ຍິງຫວຽດນາມໃຫ້ແກ່ແມ່ຍິງລຸ່ນປະຈຸບັນ. ສະຫະພັນແມ່ຍິງນະຄອນໄດ້ມອບປຶ້ມປະຢັດເງິນຝາກໃຫ້ແກ່ພະນັກງານສະມາຄົມແມ່ຍິງທີ່ມີສະພາບຄອບຄົວຫຍຸ້ງຍາກ. ພວກຂ້າພະເຈົ້າໄດ້ລະດົມກຳລັງໃຈ ແບ່ງປັນຄວາມຫຍຸ້ງຍາກກັບບັນດາຄອບຄົວທີ່ເອື້ອຍນ້ອງແມ່ຍິງເຂົ້າຮ່ວມການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ”
ແລະ ກໍເນື່ອງໃນໂອກາດສະເຫຼີມສະຫຼອງ65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ຢູ່ເຂດຮອງຮອຍສະຖານ 3 ແຍກດົງໂລກ ທີ່ແຂວງ ຮ່າຕິ້ງ ໄດ້ຈັດງານວາງສະແດງພາບຖ່າຍຄັງທີ່ 7 ຂອງພັນເອກ, ນັກຂ່າວ Tran Hong ທີ່ມີຫົວຂໍ້ວ່າ : “ ດົງໂລກ, ແມ່ ແລະ ບ້ານເກີດເມືອງນອນ ” .
ພັນເອກ, ນັກຂ່າວ Tran Hong ເວົ້າວ່າ :
“ ມີນັກຂ່າວຊາວອາເມລິກາຄົນໜຶ່ງເມື່ອເຂົ້າຢ້ຽມຊົມງານວາງສະແດງ ຂອງຂ້າພະເຈົ້າໄດ້ເວົ້າວ່າ: ຮູບພາບບັນດາແມ່ຫວຽດນາມນີ້ແມ່ນສາຍເຫດຕົ້ນຕໍ່ສ້າງເປັນກຳລັງ ແຮງເພື່ອໃຫ້ຝ່າຍກອມມູນິດພວກທ່ານຕີເອົາຊະນະຕໍ່ພວກຂ້າພະເຈົ້າ. ເມື່ອຄຶດເຖິງສິ່ງນີ້ ກໍເຫັນວ່າມັນມີເຫດມີຜົນ. ຜູ້ເປັນລູກທຸກໆຄົນ, ເມື່ອເຮັດວຽກງານຫຍັງ, ເປັນຕົ້ນແມ່ນເມື່ອອອກສະໜາມຮົບໂດຍຢືນຢູ່ລະຫວ່າງຄວາມເປັນ ແລະ ຄວາມຕາຍ, ເຂົາເຈົ້າຍາມໃດກໍຄິດເຖິງແມ່ ແລະ ພວກເຂົາຢາກເຮັດສິ່ງໃດໜຶ່ງທີ່ດີທີ່ສຸດເພື່ອກັບມາຕ້ອນແມ່. ແມ່ໄດ້ກາຍເປັນແຫຼ່ງກຳລັງເພື່ອສ້າງເປັນໄຊຊະນະ ”