ສະເຫຼີມສະຫຼອງ 65 ປີແຫ່ງວັນນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ
ສະເຫຼີມສະຫຼອງ 65 ປີແຫ່ງວັນນັກຮຽນ, ນັກສຶກສາ
ແລະ ສະມາຄົມນັກສຶກສາຫວຽດນາມ
(ພາບປະກອບ)
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 65 ປີແຫ່ງວັນນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ, ເຊິ່ງດຳເນີນໄປຢູ່ຮ່າໂນ້ຍ, ໃນຕອນຄໍ່າວັນທີ 07/01, ທ່ານເລຮ່ົງແອງ, ຜູ້ປະຈຳການຄະນະເລຂາສູນກາງພັກຢືນຢັນວ່າ, ໃນ 65 ປີຜ່ານມາ, ຂະບວນການນັກຮຽນ, ນັກສຶກສາ ແລະ ອົງການຈັດຕັ້ງສະມາຄົມນັກສຶກສາຫວຽດນາມ ໄດ້ມີການອຸທິດສ່ວນຢ່າງດີເດັ່ນ ແລະ ເຕີບໃຫຍ່ກະໂດດຂັ້ນຜ່ານບັນດາໄລຍະປະຕິວັດ, ແມ່ນຄວາມເອກອ້າງທະນົງໃຈຂອງນັກຮຽນ, ນັກສຶກສາລຸ້ນຕ່າງໆໃນປະຈຸບັນ. ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ທ່ານເລຮົ່ງແອງ ປາດຖະໜາວ່າ ສະມາຄົມນັກສຶກສາຫວຽດນາມ ສືບຕໍ່ປ່ຽນໃໝ່, ມີຫົວຄິດປະດິດສ້າງທາງດ້ານເນື້ອໃນ ແລະ ຮູບການເຄື່ອນໄຫວ, ປະກອບສ່ວນສຶກສາ, ບຳລຸງສ້າງ ເພື່ອສ້າງນັກຮຽນ, ນັກສຶກສາທີ່ມີຄວາມຮູ້, ສາມາດສຳພັດກັບພູມປັນຍາຂອງຍຸກສະໄໝ, ຢຶດໝັ້ນອຸດົມຄະຕິເອກະລາດຊົນຊາດ ແລະ ລັດທິສັງຄົມ… ທ່ານເລຮົ່ງແອງ ກໍ່ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ, ບັນດາອົງການຈັດຕັ້ງມະຫາຊົນໃນສັງຄົມ ສືບຕໍ່ເອົາໃຈໃສ່ ແລະ ສົມທົບກັບສະມາຄົມນັກສຶກສາຫວຽດນາມ ປະຕິບັດວຽກງານບຳລຸງສ້າງ, ສຶກສາຊາວໜຸ່ມເພື່ອສ້າງເປັນນັກສຶກສາທີ່ມີຄຸນນະທາດດີ, ມີຄວາມຮູ້ ແລະ ທັກສະໄດ້ດີ.