ສະເຫຼີມສະຫຼອງ 66 ປີ ແຫ່ງວັນປະກາດເອກະ ລາດປະເທດ ສ.ອິນເດຍ ວັນສຸກ ທີ 16 ສິງຫາ ຄ.ສ. 2013 | 13:23:03 ທຸງຊາດອິນເດຍ (ພາບ:vi.wikipedia.org) (vovworld)- ຕອນຄ່ຳວັນທີ 15/8, ຢູ່ຮ່າໂນ້ຍ, ສະຖານທູດອິນເດຍ ປະຈຳຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 66 ປີແຫ່ງວັນ ສ.ອິນເດຍ ປະກາດເອກະລາດ(15/8/1947-15/8/2013). ທີ່ພິທີ, ທ່ານຮ່າກີມຫງອກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປຊຊ ຫວຽດນາມ ຝາກຄຳອວຍພອນອັນປະເສີມທີ່ສຸດມາຍັງ ປຊຊ ອິນເດຍ ທຸກທົ່ວໜ້າ ພ້ອມທັງເນັ້ນໜັກວ່າ: ໃນ 66 ປີຜ່ານມາ, ດ້ວຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອິນເດຍ ບັນລຸໄດ້ບັນດາຜົນງານໃນຫຼາຍຂົງເຂດ. ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລ້ວ, ປະຈຸບັນ, ສາຍພົວພັນລະຫວ່າງສອງປະເທດພວມນັບມື້ນັບໄດ້ພັດທະນາຢ່າງແຮງໃນທຸກໆຂົງເຂດ. ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Ranjit Rae ໄດ້ສະແດງຄວາມເຊື່ອໝັ້ນວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດຫວຽດນາມ-ອິນເດຍ ໃນໄລຍະຈະມາເຖິງຈະບັນລຸຫຼາຍຜົນງານອັນໃຫ່ຍຫຼວງກ່ວາອີກ, ຕອບສະໜອງຜົນປະໂຫຍດອັນແທດຈິງຂອງສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ. Tag ອິນເດຍ ຂ່າວ/ບົດອື່ນ ມົງໂກເລຍ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ ປັບປຸງກົດໝາຍວ່າດ້ວຍປະກັນສຸຂະພາບ ສະບັບປັບປຸງ ຮັບປະກັນສິດຜົນປະໂຫຍດໃນການກວດປິ່ນປົວພະຍາດຂອງປະຊາຊົນ ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສເສດຖະກິດ ນະຄອນ ໂຮ່ຈີມິນ ປີ 2024 ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ປັບປຸງກົດໝາຍວ່າດ້ວຍປະກັນສຸຂະພາບ ສະບັບປັບປຸງ ຮັບປະກັນສິດຜົນປະໂຫຍດໃນການກວດປິ່ນປົວພະຍາດຂອງປະຊາຊົນ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ