ຫົວໜ້າສະຖານກົງສູນໃຫຍ່ ສະຫະພາບລັດເຊຍ ປະຈຳນະຄອນໂຮ່ຈີມິນ Popov Aleksei
ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຊາດສະຫະພາບ ລັດເຊຍ
(ພາບ: Thanh Vu /TTXVN)
(vovworld) – ຕອນຄ່ຳວັນທີ 11/6, ສະຖານທູດສະຫະພາບ ລັດເຊຍ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຊາດສະຫະພາບ ລັດເຊຍ (12/6/1990-12/6/2015). ທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພາບ ລັດເຊຍ Konstantin Vasilievich Vnukov ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວທາງການທູດຂອງປະເທດ ລັດເຊຍ ນັບມືນັບຫັນໄປສູ່ພາກພື້ນອາຊີ - ປາຊີຟີກ. ການພົວພັນກັບບັນດາຄູຮ່ວມມືຕົ້ນຕໍຂອງປະເທດ ລັດເຊຍ ຢູ່ພາກພື້ນນີ້ ມີຄວາມສຳຄັນພິເສດ, ໃນນັ້ນ ມີຫວຽດນາມ. ປີນີ້ ກໍ່ແມ່ນປີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ລັດເຊຍ ຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອ, ຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືອັນຍາວນານລະຫວ່າງ 2 ປະເທດກວ່າອີກ.
ທ່ານລັດຖະທົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮ່ວາງຕ໋ວນແອງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍນັບຖືຢ່າງສູງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ກັບ ສະຫະພາບລັດເຊຍ, ມານະພະຍາຍາມປັບປຸງ ແລະ ພັດທະນາການພົວພັນຄູຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພາບລັດເຊຍ. ທ່ານລັດຖະມົນຕີ ກໍ່ເຊື່ອໝັ້ນວ່າ: ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພາບລັດເຊຍ ຈະນັບມືນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນລວມໃນພາກພື້ນ ແລະ ທົ່ວໂລກ.