ສະເຫຼີມສະຫຼອງ50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ- ຊູແອັດ

(VOVWORLD) -ຕອນຄ່ຳວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບສະຖານທູດຊູແອັດ ປະຈຳຫວຽດນາມ ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ- ຊູແອັດ (11 ມັງກອນ 1969 – 11 ມັງກອນ 2019).

ສະເຫຼີມສະຫຼອງ50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ- ຊູແອັດ - ảnh 1ທ່ານເອກອັກຄະລັດຖະທູດຊູແອັດ ປະຈຳຫວຽດນາມ Pereric Hogberg

(ພາບ: TTXVN)

ກ່າວຄຳເຫັນໄຂພິທີ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ, ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດນັບມື້ນັບເລິກເຊິ່ງ, ໝັ້ນຄົງຍາວນານໄປຕາມການເວລາ. ປະຈຸບັນ, ການພົວພັນລະຫວ່າງ 2 ປະເທດໄດ້ຫັນປ່ຽນຈາກໄລຍະການຮ່ວມມືພັດທະນາໄປສູ່ໄລຍະຄູ່ຮ່ວມມືສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈຸດສຸມແມ່ນການຮ່ວມມືພວມມຸ່ງໄປສູ່ຂົງເຂດການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ທ່ອງທ່ຽວ…

        ສ່ວນທ່ານເອກອັກຄະລັດຖະທູດຊູແອັດ ປະຈຳຫວຽດນາມ Pereric Hogberg ຢືນຢັນວ່າ, ຊູແອັດ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຈະສືບຕໍ່ຮ່ວມເດີນທາງໄປພ້ອມກັບຫວຽດນາມ; ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ