ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ກຸຍບາແລະວັນຊາດສ.ກຸຍບາ

ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ກຸຍບາແລະວັນຊາດສ.ກຸຍບາ - ảnh 1
ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງການພົວພັນ
ທາງການທູດລະຫວ່າງຫວຽດນາມ-ກຸຍບາແລະວັນຊາດສ.ກຸຍບາ
(ພາບ: TTXVN)


(vovworld) -​ ຕອນ​ບ່າຍ​ວັນ​ທີ 25/12, ຢູ່​ນະ​ຄອ​ນ​ເກີນ​ເທີ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ເກີນ​ເທີ, ສະ​ມາ​ຄົມ​ມິດ​ຕ​ະ​ພາບ​ຫວຽດ​ນາມ - ກຸຍບ​າ ນະ​ຄອນ​ເກີນ​ເທີ ໄດ້​ສົ​ມ​ທົບ​ກັບ​ສະ​ຖານ​ກົງ​ສູນ​ສ.ກຸຍ​ບາຍ ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມສະ​ຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ-ກຸຍ​ບາ ​(02/12/1960 – 02/12/2015) ແລະ​ 57 ປີ​ແຫ່ງວັນ​ຊາດ​ປະ​ເທດສ.ກຸຍ​ບາ (01/01/1959 – 01/01/2016). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫວໍ​ແທ່ງ​ທົ່ງ, ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ​ນະ​ຄອນ​ເກີນ​ເທີ ໄດ້​ຕີ​ລາ​ຄາ​ສູງ​ສາຍ​ພົວ​ພັນ​ສະ​​ໜິດ​ແໜ້ນ, ຊັດ​ຊື່​​ບໍ​ລິ​ສຸດລະ​ຫວ່າງຫວຽດ​ນາມ - ກ​ຸຍ​ບາ. ປະ​ຈຸ​ບັນ, ຫວຽດ​ນາມ ພວມ​ແມ່ນ​ຄູ່​ຄ້າ​ໃຫຍ່ອ​ັນ​ດັບ 2 ຂອງ​ກຸຍ​ບາ ຢູ່​ອາ​ຊີ, ດ້ວຍຍອດ​ວົງ​ເງິນ​​ແລກ​ປ່ຽນການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ 2014 ບັນ​ລຸກວ່າ 205 ລ້ານ USD.

ຂ່າວ/ບົດ​ອື່ນ