ສະເຫຼີມສະຫຼອງ60ປີແຫ່ງວັນປົດປ່ອຍນະຄອນຫາຍຟ່ອງ

ສະເຫຼີມສະຫຼອງ60ປີແຫ່ງວັນປົດປ່ອຍນະຄອນຫາຍຟ່ອງ - ảnh 1
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງກ່າວ​ຄຳ​ເຫັນ​ທີ່​ພິ​ທີ​
ສະ​ເຫຼີມ​ສະຫຼອງ

(vovworld) - ວັນ​ທີ 13/5/1955 ແມ່ນ​ວັນ​ທະ​ຫານ ຝ​ຣັ່ງ ຜູ້​ສຸດ​ທ້າຍ​ໄດ້​ຖອນ​ອອກ​ຈາກ​ນະ​ຄອນ​ກ່ຳ​ປັນ ຫາຍ​ຟ່ອງ, ເປັນ​ຂີດ​ໝາຍ​ຈຸດ​ເວ​ລາ​ພາກ​ເໜືອ ຫວຽດ​ນາມ ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ. ນີ້​ແມ່ນ​ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ນະ​ຄອນ​​ທ່າກ່ຳ​ປັນ ວິ​ລະ​ຊົນ​ໃນ​ການ​ຕໍ່​ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ຜູ້​ຮຸກ​ຮານ, ຍາດ​ເອົາ​ເອ​ກະ​ລາດ​​ແຫ່ງຊາດ.

        ເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ ຫາຍ​ຟ່ອງ, ຕອ​ນ​ເຊົ້າ​ວັນ​ທີ 9/5, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ: ຫາຍ​ຟ່ອງ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ, ແມ່ນ​ນະ​ຄອນ​ທ່າ​ກຳ​ປັ່ນ​, ນອນ​ໃນ​ໃຈ​ກາງ​ເຂດແຄມ​ທະ​ເລ​ທາງ​ພາກ​ເໜືອ, ແມ່ນ​ປະ​ຕູ​ຂອງ​ບັນ​ດາ​ແຂວງ​ພາກ​ເໜືອ​​ໄຂ​ອອກ​ສູ່​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ:

        “ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ອົງ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງ, ກອງ​ທັບ ແລະ ປະ​ຊາ​ຊົນ ຫາຍ​ຟ່ອງ ຈົ່ງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປະ​ຕິ​ວັດ​ທີ່​ສະ​ຫງ່າ​ລາ​ສີ, ຕັ​ດ​ສິນ​ໃຈ​​ເອົາໄຊ​ຊະ​ນະ, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ… ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ແຮງ​ຂອງ​ຕົນ​ເພື່ອກໍ່​ສ້າງ ຫາຍ​ຟ່ອງ ກາຍ​ເປັນ​ນະ​ຄອນ​ທ່າ​ກ່ຳ​ປັນ​ຊຽວ, ສີ​ວິ​ໄລ, ທັນ​ສະ​ໄໝ, ​ເປັນສູນ​ກາງ​ບໍ​ລິ​ການ, ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ມີ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ສູງ, ແມ່ນ​ຈຸດ​ສຸມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຂອງ​ທົ່ວ​ປະ​ເທດ, ສູນ​ສຶກ​ສາ - ບຳ​ລຸງ​ສ້າງ, ສາ​ທາ​ລະ​ນະ​ສ​ຸກ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ​ຂອງ​ເຂດ​ແຄມ​ທະ​ເລ​ພາກ​ເໜືອ, ແມ່ນ​ຈຸດ​ເຊື່ອມ​ຕໍ່ທາງ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ຂອງ​ທົ່ວ​ປະ​ເທດ, ແມ່ນ​ປະ​ຕູ​ຕົ້ນ​ຕໍ່​ອອກ​ສູ່​ທະ​ເລ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ທາງ​ພາກ​ເໜືອ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງບໍ່​ຢຸດຢັ້ງ…”


ຂ່າວ/ບົດ​ອື່ນ