ສະເຫຼີມສະຫຼອງ66ປີແຫ່ງວັນສ.ອິນເດຍຢູ່ນະຄອນໂຮ່ຈີມິນ

ສະເຫຼີມສະຫຼອງ66ປີແຫ່ງວັນສ.ອິນເດຍຢູ່ນະຄອນໂຮ່ຈີມິນ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ 66 ປີ​ແຫ່ງວັນ​ປະ​ເທດ ​ສາ​ທາ​ລະ​ນະ​ລັດ ອິນ​ເດຍ ຄັ້ງ​ທີ 66
(ພາບ: Khánh Lan)

(vovworld) –  ​​ຕອນ​​ຄ່ຳ​ວັນ​ທີ 26/1, ທີ່​ສະ​ຖານ​ກົງ​ສູນ​ໃຫຍ່ ສ. ອິນ​ເດຍ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ປະ​ເທດ ​ສາ​ທາ​ລະ​ນະ​ລັດ ອິນ​ເດຍ ຄັ້ງ​ທີ 66 (ເປັນ​ຂີດ​ໝາຍ​ລັດ​ຖະ​ທຳ​ມະ​ນູນ ອິນ​ເດຍ ເລີ່ມ​ມີ​ຜົນ​ສັດ​ສິດ​ນັບ​ແຕ່​ວັນ​ທີ 26/1/1950).

        ທີ່​ພິ​ທີ​ດັ່ງ​ກ່າວ, ທ່ານ ເຕີດ​ແທ່ງ​ກາງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ​ປະ​ເທດ ແລະ ປະ​ຊາ​ຊົນ ອິນ​ເດຍ ບັນ​ລຸ​ໄດ້​ໃນ​ຕະຫຼອດ​ໄລ​ຍະ​ຜ່ານ​ມາ. ທ່ານ ເຕີດ​ແທ່ງ​ກາງ ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ພວມ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ທີ່​ດີ​ງາມ​ໃນ​ບັນ​ດາ​ຂົງ​ເຂດ​ອື່ນໆ​ຄື: ​ການສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ປ້ອງ​ກັນ​ຊາດ. ໃນ​ປີ 2014, ຍອດ​ວົງ​ເງິນ​ສົ່ງ​ອອກ 2 ສົ້ນ​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ອິນ​ເດຍ ບັນ​ລຸ​ກ່​ວາ 765 ລ້ານ USD. ມາ​ຮອ​ດ​ປະ​ຈຸ​ບັນ, ບັນ​ດາ​ວິ​ສາ​ຫະ​ກິດ ອິ​ນ​ເດຍ ໄດ້​ລົງ​ທຶນ​ເຂົ້າ​ນະ​ຄອນ ໂຮ່​ຈີ​ມິນ ກ່​ວາ 6,38​ ເປັນ​ມູນ​ຄ່າ ລ້ານ USD. 2 ຝ່າຍ​ຄວນ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ບັນ​ລຸຫຼາຍ​ຜົນ​ງານ​ຫຼາຍ​ກ່​ວາອ​ີກ.

 


ຂ່າວ/ບົດ​ອື່ນ