ສະເຫຼີມສະຫຼອງ70ປີແຫ່ງໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່

ສະເຫຼີມສະຫຼອງ70ປີແຫ່ງໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມິງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​
ເຫຼີມ​ສະຫຼອງ
(ພາບ: Thống Nhất/TTXVN)

(vovworld) – ຕອນ​ຄ່​ຳ​ວັນ​ທີ 6/5, ຢູ່​ຮ່າ​ໂນ​້ຍ​ສະ​ຖານ​ທູ​ດ 5 ປະ​ເທດ​ປະ​ຈຳ ຫວຽດ​ນາມ ເຊິ່ງ​ລວມມີ: ສະ​ຫະ​ພັນ​ລັດ​ເຊຍ, ອາ​ແ​ຊັກ​ໄບ​ຢານ, ອາກ​ເມ​ນີ, ເບ​ລາ​ຣຸດ ແລະ ກະ​​ຊັກ​ສະ​ຖານ ໄດ້​ຈັດ​ຕັ້ງ​ພ​ິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊ​ະ​ນະ ໃນ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ແລະ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​ຊົ່ວ​ຄາວ, ຜູ້​ຕາງ​ໜ້​າບັນ​ດາ​ອົງ​ການ​ສາ​ກົນ​ປະ​ຈຳ ​ຮ່າ​ໂນ້ຍ ເຂົ້າ​ຮ່ວມ…

        ທີ່​ພິ​ທີ, ໂດຍ​ຕາງ​ໜ້າ​ລັດ​ຖະ​ບານ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ຢັ້ງ​ຢືນ​ວ່າ: ໂລກ​ໄດ້​ປ່ຽນ​ແປງ​ແຕ່ໄຊ​ຊະ​ນະ ຟາດ​ຊິດ​ດ້ວຍ​ບົດ​ບາດ​ຕັດ​ສິນ​​ຂອງ ໂຊວຽດ ຍາມ​ໃດ​ກໍ່​ແມ່ນສັດ​ຈະ​ທຳ, ແມ່ນ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​​ມວນມະ​ນ​ຸດ​ເຊິ່ງບໍ່​ມີ​ໃຜ​ສາ​ມາດ​ປະ​ຕິ​ເສດ​ໄດ້​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢ​ືນ​ວ່າ: ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຈົດ​ຈຳ​ໄຊ​ຊ​ະ​ນະ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ​ແມ່ນ​ເລີ່ມ​ມາ​ຈາກ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ອາ​ແ​ຊັກ​ໄບ​ຢານ, ອາກ​ເມ​ນີ, ເບ​ລາ​ຣຸດ ແລະ ກະ​​ຊັກ​ສະ​ຖານ ແລະ ສະ​ຫະ​ພັນ ລັດ​ເຊຍ ຍາມ​ໃດ​ກໍ່​ແມ່ນ​ທິດ​ບຸ​ລິ​ມະ​ສິດ​ສຳ​ຄັນ​ໃນ​ນະ​ໂຍບ​າຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ. ໃນ​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊື່ອໝັ້ນ​ວ່າ: ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ຈະ​ສ​ືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ ແລະ ບັນ​ລຸ​ໄດ້ຫຼາຍ​ຜົນ​ງານ​ກ່​ວາ​ອີກ, ເພື່ອ​ຄວາມ​ວັ​ດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.


ຂ່າວ/ບົດ​ອື່ນ