ສະເຫຼີມສະຫຼອງ75ປີແຫ່ງວັນມູນເຊື້ອຜູ້ອາຍຸສູງ

ສະເຫຼີມສະຫຼອງ75ປີແຫ່ງວັນມູນເຊື້ອຜູ້ອາຍຸສູງ - ảnh 1
ຮອງນາຍົກລັດຖະມົນຕີ ຫວູດຶກດາມເຂົ້າຮ່ວມພິທີ

(vovworld) –  ຕອນ​ເຊົ້າ​ວັນ​ທີ 6/6, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ມູ​ນ​ເຊື້ອ​ຜູ້​ອາຍຸ​ສູງ ຫວຽດນາມ (6/6/1941 – 6/6/2016). ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ຖື​ວ່າ: ດ້ວຍ​ການ​ເຄື່ອນ​ໄຫ​ວ, ຂະ​ບວນການ​ແທດ​ຈິງຕ່າງໆ, ຜູ້​ອາຍຸ​ສູງ​ສືບ​ຕໍ່ຮັກສາບົດບາດ​ສຳຄັນ​ໃນ​ພາລະກິດ​​ພັດທະນາ​​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​​ເອກະລາດອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ ​ແລະ ກໍ່ສ້າງ​ປະ​ເທດ​​ໃຫ້ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຕ້ອງຂະຫຍາຍ​ບັນດາ​ຮູບ​ແບບ, ຂະ​ບວນການ​ບັນ​ລຸ​ປະສິດທິ​ຜົນ​ສູງ ​ແລະ ປະຕິບັດ​ວຽກ​ງານ​ເຕົ້ນ​ໂຮມ​ສະມາຊິກ​ເພື່ອ​ເສີ​ມຂະຫຍາຍ​ບັນດາ​ບົດບາດ​ຂອງ​ຜູ້​ອາຍຸ​ສູງກ່ວາ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ສັງຄົມ:

        “ຄວາມ​ຈິງ​ທີ່​ເປັນ​ໜ້າ​ຊື່ນຊົມ ​ແລະ ​ໜ້ານຶກ​ຄິດ​ນັ້ນແມ່ນ​ປະຈຸ​ບັນ ​ບັນດາ​ອົງການ, ອົງກາ​ນຈັດ​ຕັ້ງ​ມະຫາຊົນ​ຢູ່​ຂັ້ນ​ຮາ​ກຖານ​ມີ​ຜູ້​ອາຍຸ​ສູງ 70% ​ເຂົ້າ​ຮ່ວມ. ນະ​ໂຍບາຍ​​ແມ່ນມີ​ຢູ່​ແລ້ວ ​ແຕ່​ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ນີ້​​ໃຫ້​ດີ​ກ່ວາ. ຍ້ອນ​ວ່າ​ບັນ​ດາຜູ້​ອາຍຸ​ສູງ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ຂັ້ນ​ຮາກ​ຖານ​ແລ້ວ​ລ້ວນ​ແຕ່​ແມ່ນ​ຜູ້​ທີ່ມີ​ວິວັດ​ການ​ປະຕິບັດ​ງານ, ມີ​ບົດຮຽນ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ສັງຄົມ.”


ຂ່າວ/ບົດ​ອື່ນ