ສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ - ລາວ

ສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີ ມິດຕະພາບ ຫວຽດນາມ - ລາວ - ảnh 1
ຜູ້ແທນເຂົ້າຮ່ວມພິທີໂຮມຊຸມນຸມ
(ພາບ: vietnamplus.vn)

(vovworld) – ວັນ​ທີ 10/4, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ສົມທົບ​ກັບສູງ​ກາງ​​​ກຳມະບານ​ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ການ​ຮ່ວມ​ມືຮອບດ້ານ ​ແລະ ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012. ​ເຂົ້າ​ຮ່ວມ​ພິທີໂຮມຊຸມນຸມ​ມີ​ທ່ານ ​ເຈືອງ ສົມ​ບຸນ​ຂັນ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ພ້ອມ​ກັບ​ພະນັກງານ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ແລະ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Hoang Thanh Ngoc, ຮອງ​ປະທານ​​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ຊີ້​ແຈງ​ມູນ​ເຊື້​ອສາມັກຄີ​ຂອງ 2 ຊາດ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​​ສະຫະພັນ​ໃຫຍ່​ແຮງ​ງານ​ 2 ປະ​ເທດ. ທ່ານ ຄຳ​ຫຼ້າ ລໍລອນ​ສີ, ປະທານສູນ​ກາງ​ກຳມະບານລາວ ຢືນຢັນ​ວ່າ: ຄວາມ​ສາມັກຄີ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຂອງ 2 ປະ​ເທດ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ເຊິ່ງປະຊາຊົນ 2 ປະ​ເທດ​ປົກ​ປັກ​ຮັກສາ ​ແລະ ສືບ​ຕໍ່​ເສີມ​ຂະຫຍາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ມອບ​ຫຼຽນ​ກາ ​ເພື່ອ​ພາລະກິດ​ສ້າງສາ​ອົງການ​ກຳມະບານ​ໃຫ້​ແກ່​ພະນັກງານ​ສູນ​ກາງ​ກຳມະບານ​​ລາວ 9 ທ່ານ.

ຂ່າວ/ບົດ​ອື່ນ