ສະເຫຼີມສະຫຼອງວັນກຳມະກອນສາກົນ ແລະ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ຢູ່ມາກາວ

ສະເຫຼີມສະຫຼອງວັນກຳມະກອນສາກົນ ແລະ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ຢູ່ມາກາວ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 01/05, ພໍ່​ແມ່​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ເຂດ​ປົກຄອງພິ​ເສດ​ມາ​ກາວ (ຈີນ) ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດປ່ອຍ​ພາກ​ໃຕ້ຫວຽດນາມ ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​​ເອກະ​ພາບ (30/04/1975 – 30/04/2015) ​ແລະ 129 ປີ​ແຫ່ງ​ວັນ​ກຳມະກອນ​ສາກົນ (01/05/1886 – 01/05/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ຫົວ​ໜ້າ​ກົງ​ສູນ​ສະຖານທູດ​ຫວຽດນາມ ປະຈຳ​ຮົ່ງກົງ ​ແລະ ມາ​ກາວ ຮ່ວາງ​ຈິ໋ຈຸ​ງ ຢືນຢັນ​ວ່າ: ​ໄຊຊະນະ​ລະດູບານ​ໃໝ່ 1975 ​ແມ່ນ​ໄຊຊະນະ​ອັນ​ສະ​ຫງ່າ​ລາສີ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກຮັກສາ​ທີ່​ຍິ່ງໃຫຍ່​​ຂອງ​ຊາດ​ຫວຽດນາມ. ທ່ານ ຮ່ວາງ​ຈິ໋ຈຸ​ງ ​ໄດ້​ທົບ​ທວນຄືນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ເຊິ່ງປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ທູດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຮ່ວາງ​ຈິ໋ຈຸ​ງ ກໍ​ປາດ​ຖະໜາ​ວ່າ, ບັນດາ​ກຳມະກອນ​ຫວຽດນາມ ຢູ່ ມາ​ກາວ ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ​ຫຼາຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ