(vovworld) - ສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ Praha (ສ.ເຊັກໂກ) ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນຄົບຮອບ 126 ປີ ແລະ ໂອ້ລົມກ່ຽວກັບພາລະກິດປະຕິວັດຂອງເພີ່ນ. ກ່າວຄຳເຫັນທີ່ພິທີ ທ່ານ ເຈືອງແມ້ງເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ຮຽກຮ້ອງພະນັກງານ, ສະມາຊິກພັກທຸກຄົນ ໃນບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ສ.ເຊັກໂກ ສືບຕໍ່ຍູ້ແຮງການຂົນຂວາຍຮ່ຳຮຽນ ແລະ ປະຕິບັດຕາມແນວຄວາມຄິດ, ແບບຢ່າງຄຸນສົມບັດ ໂຮ່ຈີມິນ. ທ່ານເອກອັກຄະລັດຖະທູດ ເຈືອງແມ້ງເຊີນ ປາດຖະໜາວ່າ: ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ສືບຕໍ່ສາມັກຄີກັນ, ພັດທະນາ, ອວ່າຍໜ້າເມືອຫາປະເທດຊາດ.
ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນເຂົ້າຮ່ວມໄດ້ຮັບຟັງສາດສະດາຈານ ຮ່ວາງຈີ໋ບາວ ກຳມະການສະພາທິດສະດີສູນກາງ ໂອ້ລົມກ່ຽວກັບຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ.