ສະເຫຼີມສະຫຼອງວັນຊາດ ບຸນກາຣີ ຢູ່ນະຄອນໂຮ່ຈີມິນ

(VOVWORLD) - ສະແດງຄວາມຂອບໃຈ ບຸນກາຣີ ໃນຫຼາຍທົດສະວັດຂອງສະຕະວັດກ່ອນໄດ້ບຳລຸງສ້າງພະນັກງານ, ນັກຊ່ຽວຊານນັບພັນໆຄົນ ແລະ ກຳມະກອນມີສີມືອາຊີບດີນັບໝື່ນໆ ຄົນໃຫ້ ຫວຽດນາມ.
ສະເຫຼີມສະຫຼອງວັນຊາດ ບຸນກາຣີ ຢູ່ນະຄອນໂຮ່ຈີມິນ - ảnh 1ການສະແດງສິລະປະທີ່ລາຍການ

ຕອນບ່າຍວັນທີ 2 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສ. ບຸນກາຣີ (3/3/1878 – 3/3/2018). ອວຍພອນປະຊາຊົນ ບຸນກາຣີ ເນື່ອງໃນໂອກາດວັນຊາດ, ທ່ານນາງ ຮ່ວາງທ໋າຍລານ, ປະທານສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ນະຄອນ ໂຮ່ຈີມິນ ພ້ອມກັບບັນດາຜູ້ແທນໄດ້ທົບທວນຄືນມູນເຊື້ອປະຫວັດສາດແຫ່ງການປົດປ່ອຍປະເທດ ບຸນກາຣີ ກ່ອນນີ້ 140 ປີ, ສະແດງຄວາມຂອບໃຈ ບຸນກາຣີ ໃນຫຼາຍທົດສະວັດຂອງສະຕະວັດກ່ອນໄດ້ບຳລຸງສ້າງພະນັກງານ, ນັກຊ່ຽວຊານນັບພັນໆຄົນ ແລະ ກຳມະກອນມີສີມືອາຊີບດີນັບໝື່ນໆ ຄົນໃຫ້ ຫວຽດນາມ. ທ່ານນາງ ຮ່ວາງທ໋າຍລານ ຖືວ່າ: ປະຫວັດສາດ 68 ປີແຫ່ງການພົວພັນ 2 ຝ່າຍ ຫວຽດນາມ - ບຸນກາຣີ ໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນ, ຮ່ວມມືມິດຕະພາບລະຫວ່າງ 2 ປະເທດໃນປະຈຸບັນ, ພວມຖືກການນຳ ແລະ ປະຊາຊົນ 2 ປະເທດຕັ້ງໜ້າຮັກສາ, ເພີ່ມພູນຄູນສ້າງ, ພັດທະນານັບມື້ນັບດີງາມກ່ວາໃນບັນດາຂົງເຂດການເມືອງ, ການຄ້າ, ການລົງທຶນ, ການພົວພັນຕ່າງປະເທດປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ