ສະເຫຼີມສະຫຼອງວັນຊາດ ສ.ເກົາຫຼີ ແລະ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ພິທີສະເຫຼີມສະຫຼອງວັນຊາດ ສ.ເກົາຫຼີ ແລະ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ໄດ້ດຳເນີນໃນຕອນຄ່ຳວັນທີ 24 ພະຈິກ ຢູ່ຮ່າໂນ້ຍ


ໂດຍທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ສ.ເກົາຫຼີ Lee Hyuk ເປັນເຈົ້າພາບຈັດຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ Lee Hyuk ໄດ້ຫວນຄືນບັນດາຜົນງານເຊິ່ງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ບັນລຸໄດ້ໃນວິວັດການສ້າງສາ, ພັດທະນາປະເທດຊາດ, ກໍ່ຄືບັນດາຄວາມກ້າວໜ້າຢ່າງຕັ້ງໜ້າໃນການພົວພັນຮ່ວມມືມິດຕະພາບ ສ.ເກົາຫຼີ - ຫວຽດນາມ ໃນ 25 ປີຜ່ານມາ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ສ.ເກົາຫຼີ ພ້ອມແລ້ວກັບ ຫວຽດນາມ ຍູ້ແຮງການຮ່ວມມືເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳການພົວພັນ 2 ປະເທດເຂົ້າສູ່ລວງເລິກ.

        ສ່ວນທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ; ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ພ້ອມແລ້ວກັບ ສ.ເກົາຫຼີ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກ່ວາອີກ, ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ ເປັນຕົ້ນແມ່ນກ່ຽວກັບເສດຖະກິດ - ການຄ້າ, ເຕັກໂນໂລຢີສູງ.


ຕອບກັບ

ຂ່າວ/ບົດ​ອື່ນ