ສະເຫຼີມສະຫຼອງວັນທ່ອງທ່ຽວໂລກ2014 ການທ່ອງທ່ຽວແລະພັດທະນາປະຊາຄົມ
ແຂກທ່ອງທ່ຽວສາກົນຢ້ຽມຢາມຢູ່ແຂວງ ບິ່ງທ້ວນ
(ພາບ: Đ.Hòa)
(vovworld) – ຕອນເຊົ້າວັນທີ 26/9, ຢູ່ຮ່າໂນ້ຍ, ກົມໃຫຍ່ທ່ອງທ່ຽວ (ສັງກັດກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ) ສົມທົບກັບໂຄງການພັດທະນາກຳລັງຄວາມສາມາດດ້ານການທ່ອງທ່ຽວທີ່ມີຄວາມຮັບຜິດຊອບກັບສິ່ງແວດລ້ອມ ແລະ ສັງຄົມໂດຍສະຫະພາບເອີລົບ ອຸປະຖຳ(ໂຄງການ ອີຢູ) ຈັດຕັ້ງພິທີສະເຫຼີມສະຫຼອງວັນທ່ອງທ່ຽວສາກົນ (27/9) ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວ ແລະ ພັດທະນາປະຊາຄົມ”. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ, ຖືວ່າ: ທ່ອງທ່ຽວປະຊາຄົມຕ້ອງກາຍເປັນຮູບແບບເພື່ອຊີວິດຂອງປະຊາຊົນ, ດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມຢູ່ທ້ອງຖີ່ນ. ຍາມໃດປະຊາຊົນໄດ້ຮັບຜົນປະໂຫຍດຢ່າງແທດຈິງ, ຍາມນັ້ນການທ່ອງທ່ຽວປະຊາຄົມໃໝ່ຈຶ່ງພັດທະນາ. ດັ່ງນັ້ນ, ບັນດາຝ່າຍກ່ຽວຂ້ອງໃນຂະແໜງທ່ອງທ່ຽວ ແລະ ປະຊາຄົມທ້ອງຖີ່ນຕ້ອງຮ່ວມແຮງຮ່ວມໃຈມານະພະຍາຍາມໃນການພັດທະນາປະຊາຄົມ ແລະ ເປັນພື້ນຖານໃຫ້ຂະແໜງທ່ອງທ່ຽວພັດທະນາແບບຍືນຍົງ, ວ່ອງໄວ. ທ່ານ ຫງວຽນວັນຕ໋ວນ, ໃຫ້ຮູ້ວ່າ:
“ບັນດານັກຄຸ້ມຄອງ, ນັກວິທະຍາສາດຕ້ອງສົມທົບກັນຄົ້ນຄ້ວາ ແລະ ແນະນຳໃຫ້ປະຊາຊົນທ້ອງຖີ່ນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສີສັນສະເພາະຂອງວັດທະນະທຳ, ຄວາມງາມຂອງຊັບພະຍາກອນທ່ອງທ່ຽວທຳມະຊາດ… ຈາກນັ້ນສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ, ຫຼາຍຮູບຫຼາຍແບບ, ອຸດົມສົມບູນ ເພື່ອດຶງດູດແຂກທ່ອງທ່ຽວ, ສ້າງແຫຼ່ງລາຍຮັບໃຫ້ແກ່ປະຊາຊົນທ້ອງຖີ່ນ, ຍົກສູງສະຕິສັງຄົມ ກ່ຽວກັບການອະນຸລັກຮັກສາວັດທະນະທຳ. ບັນດາອົງການຈັດຕັ້ງ, ປະຊາຄົມພາຍໃນປະເທດ ສົມທົບກັບບັນດາອົງການຈັດຕັ້ງສາກົນ, ບັນດາປະເທດເພື່ອເຮັດໃຫ້ຫົວຂໍ້ “ທ່ອງທ່ຽວ ແລະ ການພັດທະນາປະຊາຄົມ” ໄດ້ຮັບການແຜ່ຂະຫຍາຍເຖິງປະຊາຄົມ, ແຕ່ລະສ່ວນບຸກຄົນ ແລະ ນຳມາເຊິ່ງປະສິດທິຜົນແທດຈິງ, ສວຍງາມໃນຊີວິດການເປັນຢູ່.”