ສະເຫຼີມສະຫຼອງວັນປະຊາກອນໂລກ 11/7

ສະເຫຼີມສະຫຼອງວັນປະຊາກອນໂລກ 11/7 - ảnh 1
ພິທີສະເຫຼີມສະຫຼອງວັນປະຊາກອນໂລກ
(ພາບປະກອບ)

(vovworld) - ວັນ​ທີ 11/7, ຫວຽດນາມ ​ແລະ ປະ​ເທດຕ່າງໆສະ​ເຫຼີ​ມສະຫຼອງ​ວັນ​ປະຊາກອນ​ໂລກ (11/7). ປີນີ້, ອົງການ​ອະນາ​ໄມ​ໂລກ ​ໄດ້​​​ເລືອກ​ເຟັ້ນຫົວ​ຂໍ້ “ຖືພາ​​​ເມື່ອ​ບໍ່ທັນເຖິງ​ກະສຽນອາຍຸ​” ​​ເພື່ອແນ​ໃສ່​ຮຽກ​ຮ້ອງ​ເດັກ​ບໍ່​ທັນເຖິງ​ກະສຽນອາຍຸ ​ແລະ ຊາວ​ໜຸ່ມ​ຕ້ອງ​ໄດ້​ຮັບ​ການ​ສຶກສາ​ກ່ຽວ​ກັບ​ເພດ​ຢ່າງຮອບດ້ານ ​ແລະ ​ເໝາະ​ສົມ​ເພື່ອ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ຮູ້, ທັກ​ສະ ​ແລະ ພາຫະນະ​ເພື່ອ​ປົກ​ປ້ອງ​ຕົນ​ເອງ.

    ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ແລ້ວ, ຢູ່ ຫວຽດນາມ, ​ເດັກບໍ່​ເຖິງ​ກະສຽນອາຍຸ ກວມ​ປະມານ 1/5 ປະຊາກອນ​ທັງ​ໝົດ. ​ໃນ​ນັ້ນ, ​ແມ່ຍິງ​ໄດ້​ເລີ່​ມຖືພາ​ໃນ​ເກັ່ນ​ອາຍຸ​ແຕ່ 15 – 19 ປີກວມ 7,5%. ອັດຕາ​ສ່ວນ​ຖືພາ, ​ສົມ​ລົດ​ແທ້ງ​ລູກ ​​ເມື່ອບໍ່​ທັນເຖິງ​ກະສຽນອາຍຸ  ຈະ​ນຳ​ມາ​ເຊິ່ງຄວາມ​ສ່ຽງຫຼາຍ​ຢ່າງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຈະ​ເລີ​ນພັນ​ໃຫ້ຜູ້ບໍ່​ທັນເຖິງ​ກະສຽນອາຍຸ, ຂະ​ແໜງ ປະຊາກອນ - ວາງ​ແຜນ​ຄອບຄົວ​ຈະ​ສຸມ​ໃສ່​ຜັນ​ຂະ​ຫຍາ​ຍບັນດາ​ໂຄງການ, ຮູບ​ການ​ຄື: “ທີ່​ປຶກ​ສາ ​ແລະ ກວດກາ​ສຸຂະພາບ​ກ່ອນ​ທີ່​ສົມລົດ”, “ສະໜອງ​ບໍລິການ​ສຸຂະພາບ​ສະໜິດສະໜົມ​ກັບ​ເດັກບໍ່​ທັນເຖິງ​ກະສຽນອາຍຸ”, ຜັນ​ຂະຫຍາຍ​ຮູບ​ແບບ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຈະ​ເລີ​ນພັນໃຫ້​ແກ່​ຄົນ​ງານ​ໜຸ່ມ​ຢູ່​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ປຸງ​ແຕ່ງ.​.​.​

 

ຂ່າວ/ບົດ​ອື່ນ