ສະເຫຼີມສະຫຼອງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມຢູ່ໄທ
ຊວນເຊີນ, ນັກຂ່າວ VOV ປະຈຳໄທ -  
ສະເຫຼີມສະຫຼອງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມຢູ່ໄທ
|
(vovworld) - ວັນທີ 10/1, ປະຊາຄົມນັກສຶກສາຫວຽດນາມຢູ່ບາງກອກ, ປະເທດໄທ ໄດ້ມີງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມ (9/1/1950-9/1/2015). ນີ້ແມ່ນເທື່ອທຳອິດທີ່ປະຊາຄົມນັກສຶກສາຫວຽດນາມຢູ່ບາງກອກຈັດຕັ້ງພິທີສະເຫຼີມສະຫຼອງວັນມູນເຊື້ອນັກຮຽນ - ນັກສຶກສາຫວຽດນາມ ເພື່ອແນໃສ່ມຸ່ງໄປເຖິງການສ້າງຕັ້ງສະມາຄົມນັກສຶກສາຫວຽດນາມຢູ່ບາງກອກ. ໄລຍະຜ່ານມາ, ນັກສຶກສາຫວຽດນາມທີ່ຂຶ້ນກັບມະຫາວິທະຍາໄລໃຫຍ່ 5 ແຫ່ງຢູ່ບາງກອກ ໄດ້ເຂົ້າຮ່ວມການເຄື່ອນໄຫວພົວພັນແລກປ່ຽນຫຼາຍຄັ້ງ, ເພື່ອແນໃສ່ຮັດແໜ້ນສາຍພົວພັນໃນປະຊາຄົມນັກສຶກສາຫວຽດນາມຢູ່ໄທ, ກໍ່ຄືຢືນຢັນບົດບາດຂອງນັກສຶກສາຫວຽດນາມໃນປະຊາຄົມນັກສຶກສາຕ່າງປະເທດຢູ່ໄທ.
ຊວນເຊີນ, ນັກຂ່າວ VOV ປະຈຳໄທ