ສະເຫຼີມສະຫຼອມ 81 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

ສະເຫຼີມສະຫຼອມ 81 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 1
ການສະແດງສິລະປະສະເຫຼີມສະຫຼອງ 81 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຢູ່ນະຄອນໂຮ່ຈີມິນ
(ພາບ: dantri.com.vn)

(vovworld) - ເພື່ອ​​ເປັນ​ການສະ​ເຫຼີ​ມສະຫຼອງ 81 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວໜຸ່ມ​ກອມ​ມູນິດ​ ​ໂຮ່ຈີ​ມິນ (26/3/1930 – 26/3/2012) ​ມີ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ຫຼາຍ​ຢ່າງໄດ້​ຈັດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.

ຕອນ​ຄ່ຳ​ວັນ​ທີ 25/3, ຢູ່​ຮ່າ​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ​ໄດ້ຈັດ​ງານ​ໂຮມ​ຊຸມນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 81 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈີ​ມິນ, ຍ້ອງຍໍ​​ຊົມ​ເຊີຍ​ເລຂາ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ ​ແລະ ສ່ວນ​ບຸກຄົນ, ຮູບ​ແບບ​ຊາວ​ໜຸ່ມ​​ສ້າງ​ເສດຖະກິດ​ເກັ່ງ​ປີ 2012. ​ມີເລຂາ​ຊາວ​ໜຸ່ມ​ນະຄອນ 140 ຄົນ, ສ່ວນ​ບຸ​ກຄົນ 55 ຄົນ ​ແລະ ຕາງ​ໜ້າ​ຮູບ​ແບບ​ຊາວ​ໜຸ່ມ​ຊົນນະບົດ​ສ້າງເສດຖະກິດ​ເກັ່ງ​ໄດ້​ຮັບ​ການ​ຍ້ອງຍໍ​​ຊົມ​ເຊີຍ. ​ໂດຍ​ແມ່ນ​ໜຶ່ງ​​ໃນ​ບັນດາ​ແບບຢ່າງ​ກ່ຽວ​ກັບ​ຊາວ​ໜຸ່ມ​ຊົນນະບົດ​ສ້າງເສດຖະກິດ​​ເກັ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ, ​ເພື່ອນ Nguyen Phuong Quang ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ມ່ວນ​ຫຼາຍ​ເພາະ​ນີ້​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ກະຊວງ​ກະສິກຳ, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ສະຫງວນ​ໃຫ້​ແກ່​ຊາວ​ໜຸ່ມ​ຊົນນະບົດ ສາມາດ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພັດທະນາ​ເສດຖະກິດ. ນີ້​ກໍ​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ພັດທະນາຮູບ​ແບບ​ສ້າງ​ເສດຖະກິດ​ຕາມ 3 ມາດຖານ​ຂອງ​ພັກ ​ແລະ ລັດ​ພວມ​ປະຕິ​ບັດ​ແມ່ນ ກະສິກຳ, ຊາວ​ກະ​ສິກ​ອນ ​ແລະ ຊົນນະບົດ”

​ແລະກໍ​​ໃນ​ຕອນ​ຄຳ​ວັນ​ທີ 25/3, ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈີ​ມິນ​ກໍ​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 81 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານນາງ Nguyen Thi Thu Ha, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ເຊື່ອ​ໝັ້ນ​ວ່າ ​ໄວ​ໜຸ່ມ​ນະຄອນ​ຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງ​ຄົມ​ຂອງ​ນະຄອນ​ຢ່າງມີ​ປະສິດທິ​ຜົນ. ທ່າ​ນນາງ​ເວົ້າ​ວ່າ:

“ຄະນະ​ຊາວ​ໜຸມນະຄອນ ​ແລະ ຄະນະ​ຊາວ​ໜຸ່ມ​ຂັ້ນ​ຮາກ​ຖານ​ຄວນ​ປຸກລະດົມ​ຊາວ​ໜຸ່ມ​ເປັນ​ແບບຢ່າງ, ນຳ​ໜ້າ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ​ໃຫ້​ຄຳ​ປຶກສາ​ດ້ານວິຊາ​ຊີບ ​ແລະ ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່​ມ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະຈັນບານ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ນະຄ​ອນ, ສົ​ມ​ເປັນ​ຖັນ​ແຖວ​ຜູ້​ສືບ​ທອດທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ”

​ໃນ​ຂະນະ​ນັ້ນ, ​ໃນວັນ​ທີ 25/3, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ຢາງ ກໍ​ຈັດ​ຕັ້ງ​ວັນ​ບູນ “​ໄວ​ໜຸ່ມ ຮ່າ​ຢາງ ກັບ​ວັດທະ​ນະ​ທຳ​ຄົມມະນາຄົມ” 2012 ​ເພື່ອ​ຕອບ​ສະໜອງ ປີ“ຄວາມ​ສະຫງົບ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ”.

ຂ່າວ/ບົດ​ອື່ນ