ສະເໜີຊຸດປຶ້ມສະເຫຼີມ ສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝູ


ສະເໜີຊຸດປຶ້ມສະເຫຼີມ ສະຫຼອງ 60 ປີແຫ່ງ ໄຊຊະນະດ້ຽນບຽນຝູ - ảnh 1

 (ພາບ: baomoi.com/)

 (vovworld)- ຊຸດ​ປື້​ມ​ສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ

ໂດຍ​ໂຮງພິມກອງທັບ ປຊຊ ຫວຽດນາມ ພິມ​ຈຳໜ່າຍ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ນຳ​ມາ​ເຊິ່ງບັນດາ​ທິດ​ສຳ​ພັດ​ແຕກ​ຕ່າງ​ກັນກ່ຽວ​ກັບ​ບັ້ນຮົບ​ດ້ຽນບຽນ​ຝູ (1954) ​ໃຫ້​ແກ່​ຜູ້​ອ່ານ, ຜ່ານ​ນັ້ນ, ປະກອບສ່ວນ​ສຶກສາ​ອົບຮົມ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຊຸດ​ປຶ້ມ ສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ ລວມມີ 15 ​ເຫຼັ້ມ​ຊື່​ງ ລວມມີ​ບັນດາ​ເນື້ອ​ໃນ​ສະ​ເພາະ​ຄື: “ບັ້ນຮົບ​ດ້ຽນບຽນ​ຝູ-ຄວາມ​ຊົງ​ຈຳ 60 ປີ“; “ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບກັບບັ້ນຮົບ​ດ້ຽນບຽນ​ຝູ“ “​ດ້ຽນບຽນ​ຝູ​ແຫ່ງ​ມະຫັດສະຈັນ​ໃນ​ປະຫວັດສາດ“….ທີ່​ພິທີ​ສະ​ເໜີ​ຊຸດ​ປຶ້ມ​ໃນ​ຕອນ​ເຊົ້າ​ວັນ​ທີ 8/4 ຢູ່​ຮ່າ​ໂນ້ຍ, ທ່ານ​ພັນ​ເອກ ຮ່ວາງ​ເລິ​ມ, ຜູ້​ປະພັນ​ປຶ້ມ “​ດ້ຽນບຽນ​ຝູ​ແຫ່ງ​ມະຫັດສະຈັນ​ໃນ​ປະຫວັດສາດ“ ​ໃຫ້​ຮູ້​ວ່າ:

   “ປຶ້ມ​ຂອງ​ຂ້າພະ​ເຈົ້າຂຽນ​ແມ່ນ​ວຽກ​ງານ​ນ້ອຍ​ແຕ່​ແທດ​ຈິງ, ປະກອບ​ສ່ວນເຂົ້າ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ. ຂ້າ​ພະ​ເຈົ້າຄິດ​ວ່າ​, ນັ້ນ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັ​ກແພງຂອງ​ຂ້າພະ​ເຈົ້າທີ່​ມີ​ຕໍ່​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ຢູ່​ດ້ຽນບຽນ​ຝູ“./.

ຂ່າວ/ບົດ​ອື່ນ