ສະເໜີຕົວຕໍ່ຜູ້ຊົມຮູບເງົາ Moonlight Saigon ໂດຍການຮ່ວມມືລະຫວ່າງຫວຽດນາມ ແລະ ມາເລເຊຍ

(VOVWORLD) -ຕອນບ່າຍວັນທີ 31 ກໍລະກົດ, ທີ່ໂຮງແຮມ Royal Chulan, ນະຄອນຫຼວງ ກົວລາລໍາເປີ, ປະເທດມາເລເຊຍ, ໄດ້ດໍາເນີນການປະຊຸມຂ່າວສະເໜີຕົວຕໍ່ຜູ້ຊົມ ຮູບເງົາໂທລະພາບ Moonlight Saigon  (ໂດຍມີຄວາມໝາຍວ່າ ແສງຈັນໄຊງ່ອນ), ໂຄງການຜະລິດຮູບເງົາດັ່ງກ່າວ ແມ່ນການ ຮ່ວມມືຄັ້ງທໍາອິດລະຫວ່າງຫວຽດນາມ ແລະ ມາເລເຊຍ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຜະລິດ ແລະ ນັກສະແດງຂອງສອງປະເທດ.

ສະເໜີຕົວຕໍ່ຜູ້ຊົມຮູບເງົາ Moonlight Saigon  ໂດຍການຮ່ວມມືລະຫວ່າງຫວຽດນາມ ແລະ ມາເລເຊຍ - ảnh 1ສະມາຊິກຄະນະຜະລິດຮູບເງົາ Moonlight Saigon ທີ່ພິທີສະເໜີຕົວຕໍ່ຜູ້ຊົມ

(ພາບ:Le Hoa/Vietnam+)

ຮູບເງົາ Moonlight Saigon  ແມ່ນເລື່ອງລາວກ່ຽວກັບຄວາມຮັກ ພ້ອມກັບບັນດາປັດໄຈທາງອາຍາ. ຮູບເງົາເລື່ອງນີ້ ໄດ້ສະແດງໃຫ້ເຫັນເຖິງວັດທະນະທໍາຂອງມາເລເຊຍ ແລະ ຫວຽດນາມ, ມຸ່ງໄປເຖິງການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ດີງາມກວ່າເກົ່າ.

        ທ່ານ Eddin Syazlee Shith ຮອງລັດຖະມົນຕີກະຊວງສື່ສານແລະຫຼາຍພາຫະນະ ມາເລເຊຍ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງຝ່າຍ ແລະຖືວ່າ ນີ້ແມ່ນບາດກ້າວບຸກທະລຸ ເພື່ອໃຫ້ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດສື່ສານ ແລະ ການບັນເທີງຂອງສອງປະເທດ ຈະສືບຕໍ່ໄດ້ຮັບການເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນໆໃນໄລຍະຈະມາເຖິງ. ທ່ານ Eddin Syazlee Shith ຫວັງວ່າ ການຮ່ວມມືລະຫວ່າງມາເລເຊຍ ແລະ ຫວຽດນາມຄັ້ງນີ້ ຈະແມ່ນເງື່ອນໄຂເພື່ອຮ່ວມມືກັບບັນດາປະເທດອາຊຽນອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ