ສະເໜີຕົວລາຍການ “ກັບເມືອສະໜາມຮົບເກົ່າ - ຕອບບຸນແທນຄຸນເພື່ອນຮ່ວມກົມກອງ”

ສະເໜີຕົວລາຍການ “ກັບເມືອສະໜາມຮົບເກົ່າ - ຕອບບຸນແທນຄຸນເພື່ອນຮ່ວມກົມກອງ” - ảnh 1
ພາບປະກອບ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່​ງບັ້ນຮົບ ລະດູ​ບານ​ໃໝ່ຕໍ່ ລະດູ​ຮ້ອນ ​ແລະ ບັ້ນ​ຮົບ​ຈັ້ງ​ທ່າ ກວາງ​ຈີ້ 1972, ຕອນ​ເຊົ້າ​ວັນ​ທີ 2/3, ຄະນະ​ຈັດ​ຕັ້ງ​ລາຍການ “ກັບ​ເມືອ​ສະໜາມຮົບ​ເກົ່າ - ຕອບ​ບຸນ​ແທນ​ຄຸນ​ເພື່ອນ​ຮ່ວມ​ກົມ​ກອງ​ໄດ້​ຈັດ​ພິທີສະ​ເໜີ​ຕົວ​ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ວິລະ​ຊົນ, ນັກຮົບ​ເກົ່າ​ຫຼາຍ​ທ່ານທີ່​ຕາງໜ້າ​ໃຫ້​ແກ່​ບັນດາ​ກົມ​ກອງ​ທີ່​ເຄີຍ​ທຳ​ການ​ຕໍ່ສູ້​ຢູ່​ສະໜາມຮົບ​ກວາງ​ຈີ້. ອະ​ດີດ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ເລຂາ​​ຟຽວ ​ໄດ້​ເຂົ້າ​ຮ່ວມ ​ແລະ ຮຽກຮ້ອງ​ການ​ສະໜັບສະໜູນ​ຈາກ​ທ່ົວ​ສັງ​ຄົມ, ບັນດາ​ຜູ້​ໃຈ​ບຸນ ​ໃຈ​ກູ້​ສົນ​ທີ່​ມີ​ຕໍ່​ບັນດາຄອບຄົວ​ທະ​ຫານ​​ເສຍ​ອົງຄະ, ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ນັກຮົບ​ເກົ່າ​ທີ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ. ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ລາຍ​ການລວມມີ: ຈັດ​ຕັ້ງ​ໃຫ້​ບັນດາ​ນັກຮົບ​ເກົ່າ​​ໄປຢ້ຽມຢາມ​ສະໜາ​ບຮົບ​ເກົ່າ, ຊ່ວ​ຍ​ເຫຼືອ​ເງິນ​ໃຫ້​ແກ່​ບັນດາ​ຄອບຄົວ​ນົກ​ຮົບ​​ທີ່ເສຍສະຫຼະ​ຊີວິ​ດ​​ເພື່ອ​ຊາດ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ນັກຮົບ​​ເກົ່າ​ທີ່​ຍັງ​ປະສົມ​ກັບ​ຄວາມ​ຫຍູ້​ງຍາກ, ພ້ອມ​ທັງ​​ຊອກ​ຫາ​ອັດຖິ​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື​່ອຊາດ ທີ່​ຍັງ​ບໍ່​ທັນ​​ເຕົ້າ​ໂຮມ​ຢູ່ສຸສານ.

ຂ່າວ/ບົດ​ອື່ນ