ພິທີສະເໜີຕົວ
(ພາບ: Mạnh Thắng)
|
(vovworld) – ສະພາດຳເນີນທຸລະກິດພາກພື້ນ ອາຊຽນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດໃຫຍ່ 55 ແຫ່ງຈະໄດ້ຮັບການສະເໜີຕົວທີ່ເວທີປາໄສເສດຖະກິດໂລກກ່ຽວກັບພາກພື້ນ ແມ່ຂອງ. ທີ່ການປະຊຸມຂ່າວ ດຳເນີນໃນວັນທີ 25/10, ຢູ່ຮ່າໂນ້ຍ, ທ່ານ Justin Wood, ຫົວໜ້າຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກ ຂອງເວທີປາໄສເສດຖະກິດໂລກ, ໃຫ້ຮູ້ວ່າ: ສະພາດຳເນີນທຸລະກິດພາກພື້ນ ອາຊຽນ ມີໜ້າທີ່ຂອງສະພາດຳເນີນທຸລະກິດພາກພື້ນ ອາຊຽນ ເພື່ອແນໃສ່ເພີ່ມທະວີການຮ່ວມມືພາກລັດ - ເອກະຊົນໃນບັນດາຂົງເຂດຮີບດ່ວນທີ່ສຸດເຊິ່ງ ອາຊຽນ ພວມຕ້ອງປະເຊີນໜ້າ. ສະພາດຳເນີນທຸລະກິດພາກພື້ນ ອາຊຽນ ຈະສຸມໃສ່ເຂົ້າໃນບັນດາຂົງເຂດຮ່ວມມື: ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ການລົງທຶນ, ການຄ້າໃນກຸ່ມ ອາຊຽນ, ກໍ່ສ້າງພື້ນຖານເສດຖະກິດດີຈີຕອນ, ຄົ້ນຄ້ວາກ່ຽວກັບສະພາບການເຮັດວຽກ ແລະ ຂະແໜງອາຊີບໃນພາກພື້ນ… ຄາດວ່າ, ສະພາດຳເນີນທຸລະກິດພາກພື້ນ ອາຊຽນ ຈະຜັນຂະຫຍາຍບັນດາຂໍ້ລິເລີ່ມໃນໄລຍະຈະມາເຖິງ, ໃນນັ້ນມີໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ມີລັກສະນະຍຸດທະສາດ.