ປ່ອຍເຮືອລົງໜ້ານ້ຳ - ພິທີການທີ່ຂາດບໍ່ໄດ້ໃນພິທີບູຊາທະຫານຮ່ວາງຊາໃນເກາະຫຼີເຊີນ
(ພາບ: Pháp luật TP HCM)
(vovworld) – ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງກວາງຫງາຍ ໄດ້ສ້າງສຳເລັດສຳເນົາວິທະຍາສາດ ຍື່ນສະເໜີຄະນະກຳມະການປະຊາຊົນແຂວງພິຈາລະນາ ເພື່ອສະເໜີຕໍ່ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮັບຮອງພິທີບູຊາທະຫານປ້ອງກັນໝູ່ເກາະຮ່ວາງຊາ ແມ່ນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງລະດັບຊາດ. ນີ້ແມ່ນງານບຸນສະແດງຄວາມຮູ້ບຸນຄູນຕໍ່ກອງກຳລັງທະຫານຮ່ວາງຊາ, ເຈື່ອງຊາ ທີ່ໄດ້ເສຍສະຫຼະຊີວິດ ເມື່ອໄປປັກຫຼັກໝາຍຊາຍແດນ, ຕັ້ງແຜ່ນສີລາຢັ້ງຢືນອະທິປະໄຕຂອງຫວຽດນາມໃນເຂດທະເລຕາເວັນອອກ. ດຣ ຫງວຽນດັງຫວູ, ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງກວາງຫງາຍ, ໃຫ້ຮູ້ວ່າ:
“ພິທີບູຊາທະຫານຮ່ວາງຊາ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງ ທີ່ອຸດົມສົມບູນ ແລະ ລ້ຳຄ່າທີ່ສຸດ, ມັນໄດ້ປະກອບສ່ວນຢືນຢັນອະທິປະໄຕດິນແດນຂອງພວກເຮົາ, ເຊິ່ງບັນດາວົງຕະກຸນໃນເກາະຫຼີເຊີນເຄີຍປະຕິບັດ ຜ່ານການປັກຫຼັກໝາຍຊາຍແດນ ຢັ້ງຢືນອະທິປະໄຕຂອງພວກເຮົາໃນໝູ່ເກາຮ່ວາງຊາ“