ສະເໜີແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດແຮງງານ
ສະເໜີແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດ
ແຮງງານ
(ພາບ: baocongthuong.com.vn)
|
(vovworld) - ແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດແຮງງານເລີ່ມໄດ້ຮັບການປະຕິບັດແຕ່ປີ 2015, ດ້ວຍເລື່ອງສຸມໃສ່ເຂົ້າໃນບັນຫາທັດສະແຮງງານ ແລະ ການທຽບທຽມກັບສະມັດຕະພາບການອອກແຮງງານ. ບົດລາຍງານຈະລວມມີ 2 ພາກຕົ້ນຕໍແມ່ນ: ໄຈ້ແຍກ ແລະ ຕີລາຄາບັນດາບັນຫາແຮງງານທີ່ມີຜົນສະທ້ອນເຖິງວິສາຫະກິດ, ສຳຫຼວດ ແລະ ໄຈ້ແຍກ ບັນຫາພວມໄດ້ຮັບຄວາມເອົາໃຈໃສ່ຈາກວິສາຫະກິດຢ່າງ ເລິກເຊິ່ງ ເພື່ອຍົກອອກບັນດາຂໍ້ສະເໜີແນະນະໂຍບາຍລະອຽດທີ່ສຸດ. ກ່າວຄຳເຫັນທີ່ພິທີ “ສະເໜີແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດແຮງງານ”, ດຳເນີນໄປຢູ່ຮ່າໂນ້ຍ ໃນຕອນເຊົ້າວັນທີ 4/3, ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໋ຽນໂລກ, ຖືວ່າ:
“”ປະຊາຄົມຜູ້ນຳໃຊ້ແຮງງານຕ້ອງມີສຽງເວົ້າເປັນເສນາທິການໃຫ້ແກ່ພັກ, ລັດ ກໍ່ສ້າງຍຸດທະສາດພັດທະນາຕະຫຼາດຄົນງານ ທັງແມ່ນພາກສ່ວນຕົ້ນຕໍເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນວິວັດການນີ້. ຜ່ານນັ້ນ, ໃນຂົງເຂດສອນວິຊາຊີບປະຊາຄົມວິສາຫະກິດ ຕ້ອງແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງເຂົ້າຮ່ວມບັນຫານີ້, ສົ່ງເສີມການເຂົ້າຮ່ວມເຂົ້າໃນບັນຫາບຳລຸງສ້າງ ແລະ ເປີດປະຕູໃຫ້ແກ່ການລົງທຶນຕ່າງປະເທດ. ດ້ວຍສະຕິກ່ຽວກັບຄວາມຮັບຜິດຊອບຂອງວົງການນຳໃຊ້ແຮງງານ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ກໍ່ສ້າງແຜນຮ່າງເຕົ້າໂຮມຄຳເຫັນປະກອບຂອງວົງການຜູ້ນຳໃຊ້ແຮງງານໃນຂົງເຂດນີ້ ແລະ ຈະປະກາດປະຈຳປີ.