(vovworld) – 126 ຕື້ດົ່ງ ແມ່ນໝາກຜົນແຫ່ງການຂົນຂວາຍສະໜັບສະໜູນໃຫ້ກອງທຶນເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ ໄດ້ຮັບການຮັບຮູ້ທີ່ກອງປະຊຸມສະຫຼຸບບັ້ນຂົນຂວາຍປີ 2012 ແລະ ຜັນຂະຫຍາຍແຜນການປະຕິບັດປີ 2013, ໂດຍຄະນະກຳມະການແນວໂຮມປະເທດຊາດນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 2/4. ໃນປີຜ່ານມາ, ກອງທຶນເພື່ອຜູ້ທຸກຍາກນະຄອນ ໄດ້ສຸມໃສ່ເບິ່ງແຍງດູແລຄອບຄົວນອນໃນເປົ້າໝາຍນະໂຍບາຍ ແລະ ປະຊາຊົນທຸກຍາກຢູ່ 15 ຕາແສງ ທີ່ມີອັດຕາຄອບຄົວທຸກຍາກສູງ. ໃນນັ້ນໄດ້ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈກ່ວາ 80 ຫຼັງ, ມອບທຶນສຶກສາໃຫ້ 2.600 ຄົນ, ສະໜອງພາຫະນະໄປຮຽນໃຫ້ນັກຮຽນ, ນັກສຶກສາທຸກຍາກ 130 ຄົນ. ປີ 2013, ນະຄອນສູ້ຊົນຂົນຂວາຍສະໜັບສະໜູນກອງທຶນເພື່ອຄົນທຸກຍາກໃຫ້ໄດ້ຢ່າງໜ້ອຍສຸດ 80 ຕື້ດົ່ງ ເພື່ອເບິ່ງແຍງດູແລໃຫ້ປະຊາຊົນທຸກຍາກ. ທ່ານ ຮິ່ງດັງລີງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
“ໃນປີ 2013, ພວກຂ້າພະເຈົ້າໄດ້ກຳນົດ 3 ໜ້າທີ່ຕົ້ນຕໍ່. ທີໜຶ່ງແມ່ນແກ້ໄຂບັນດາຄວາມຕ້ອງການໂດຍພື້ນຖານກ່ຽວກັບເຮືອນຢູ່, ທຶນການສຶກສາໃຫ້ພວກຫຼານ. ທີສອງແມ່ນຕັດສິນໃຈຂົນຂວາຍເພື່ອມີເງິນຊື້ບັດປະກັນສຸຂະພາບ ໃຫ້ທຸກຄອບຄົວທຸກຍາກຂອງນະຄອນ. ທີສາມແມ່ນ, ເຮັດແນວໃດເພື່ອປະກອບສ່ວນຊ່ວຍໃຫ້ 18 ຕາແສງ ມີອັດຕາຄອບຄົວທຸກຍາກສູງກວ່າໝູ່ໃນນະຄອນຫຼຸດອັດຕາຄອບຄົວທຸກຍາກລົງແຕ່ 5 – 10%”