ສະໜາມບິນສາກົນເກິນເທີຕ້ອນຮັບຖ້ຽວບິນສົ່ງພົນລະເມືອງຫວຽດນາມຈາກອັງກິດກັບຄືນມາປະເທດ

(VOVWORLD) -  ຕອນເຊົ້າວັນທີ 19 ມີນາ, ສະໜາມບິນສາກົນເກິນເທີໄດ້ຕ້ອນຮັບຖ້ຽວບິນຈາກລອນດອນ, ປະເທດອັງກິດຂົນສົ່ງຜູ້ໂດຍສານ 164 ຄົນແລະຈຸບິນ 16 ຄົນໄດ້ລົງຈອດສະໜາມບິນສາກົນເກິນເທີ. ຜູ້ໂດຍສານທັງໝົດເຫຼົ່ານັ້ນ ລ້ວນແຕ່ແມ່ນຊາວຫວຽດນາມ.
ສະໜາມບິນສາກົນເກິນເທີຕ້ອນຮັບຖ້ຽວບິນສົ່ງພົນລະເມືອງຫວຽດນາມຈາກອັງກິດກັບຄືນມາປະເທດ - ảnh 1 ພາຍຫລັງໄດ້ກວດສຸຂະພາບ ບັນດາຜູ້ໂດຍສານໄດ້ພາໄປແຍກຕົວ

        ພາຍຫລັງກວດສຸຂະພາບ, ຜູ້ໂດຍສານ ແລະ ຈຸບິນທັງໝົດໄດ້ນຳໄປແຍກຕົວຢູ່ວິທະຍາຄານການທະຫານແຂວງດົ່ງທ໊າບຕາມການກຳນົດ.

        ກ່ອນໜ້ານັ້ນ, ວັນທີ 18 ມີນາ, ສະໜາມບິນສາກົນເກິນເທີກໍ່ໄດ້ຕ້ອນຮັບຖ້ຽວບິນຈາກປະເທດສິງກະໂປ ແລະ ຖ້ຽວບິນຈາກປະເທດ ໄທ, 2 ຖ້ຽວບິນດັ່ງກ່າວມີຜູ້ໂດຍສານທັງໝົດ 79 ຄົນ, ພາຍຫລັງໄດ້ກວດສຸຂະພາບແລ້ວບັນດາຜູ້ໂດຍສານດັ່ງກ່າວລ້ວນແຕ່ໄດ້ພາໄປແຍກຕົວຢູ່ວິທະຍາຄານການທະຫານແຂວງຈ່າວິງຕາມການກຳນົດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ